ທ່ານປະທານສຳນັກຂ່າວສານຍີປຸນ Kyodo ຢ້ຽມຢາມຫວຽດນາມ
ທ່ານນາຍົກລັດຖະມົນຕີ ຫງວຽນເຕີ໋ນຢູງ ຕ້ອນຮັບທ່ານປະທານສຳນັກຂ່າວສານຍີປຸນ Kyodo Masaki Fukuyama
(ພາບ: VGP/Nhật Bắc)
(vovworld) - ຕອນບ່າຍວັນທີ 4/11, ທີ່ຮ່າໂນ້ຍ, ໃນການຕ້ອນຮັບທ່ານປະທານສຳນັກຂ່າວສານຍີປຸນ Kyodo Masaki Fukuyama ທີ່ພວມຢ້ຽມຢາມແລະເຮັດວຽກຢູ່ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີ໋ນຢູງ ຢືນຢັນວ່າລັດຖະບານຫວຽດນາມສະໜັບສະໜູນການຮ່ວມມືລະຫວ່າງສຳນັກຂ່າວສານຫວຽດນາມ ແລະ Kyodo, ປະກອບສ່ວນຢ່າງແທດຈິງເພື່ຶອນຳສາຍພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງຫວຽດນາມ - ຍີ່ປຸນ ນັບມື້ນັບເຂົ້າສູ່ລວງເລິກ, ມີປະສິດທິຜົນ ແລະ ຕິດແທດຕົວຈິງ. ທ່ານນາຍົກລັດຖະມົນຕີສະເໜີວ່າ Kyodo ແລະ ສຳນັກຂ່າວສານຫວຽດນາມ ຈົ່ງເພິ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ແບ່ງປັນບົດຮຽນ, ບຳລູງສ້າງພະນັກງານ. ທ່ານນາຍົກລັດຖະມົນຕີ ຫງວຽນເຕີ໋ນຢູງ ກ່າວວ່າຄວາມສາມາດບົ່ມຊ້ອນ ແລະ ທ່າແຮງໃນການຮ່ວມມືລະຫວ່າງສອງປະເທດຍັງໃຫຍ່ຫຼວງຢູ່, ໂດຍສະເພາະແມ່ນຄວາມສາມາດບົ່ມຊ້ອນດ້ານການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ. ຫວຽດນາມຫວັງວ່າຈະພ້ອມກັບ ຍີ່ປຸນ ຍຸ້ແຮງການພົວພັນລະຫວ່າງສອງປະເທດຢ່າງຮອບດ້ານ, ເພື່ອຜົນປະໂຫຍດທີ່ແທດຈິງໃຫ້ທັງສອງຝ່າຍ, ປະກອບສ່ວນເພື່ອສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາໃນພາກພື້ນ ແລະ ໃນໂລກ.