ທ່ານປະທານາທິບໍດີ ອາເມລິກາ ປາດຖະໜາ ຈະລົງນາມໃນຂໍ້ຕົກລົງດ້ານການຄ້າກັບ ຈີນ ໂດຍໄວ

(VOVWORLD) -ທ່ານປະທານາທິບໍດີ Donald Trump ໃຫ້ຮູ້ວ່າ ທ່ານຫວັງວ່າ ບັນດານັກເຈລະຈາ ຈະກັບເມືອປະເທດໂດຍໄວ ແລະ ອາເມລິກາ ກັບ ຈີນ “ຈະຈັດຕັ້ງການພົບປະສຸດຍອດ”. ພ້ອມທັງຫວັງວ່າ ສອງຝ່າຍຈະສໍາເລັດວຽກງານດັ່ງກ່າວ ໂດຍໄວ. 
ທ່ານປະທານາທິບໍດີ ອາເມລິກາ ປາດຖະໜາ ຈະລົງນາມໃນຂໍ້ຕົກລົງດ້ານການຄ້າກັບ ຈີນ ໂດຍໄວ - ảnh 1ທ່່ານປະທານາທິບໍດີ ອາເມລິກາ Donald Trump ພົບປະກັບ ທ່ານຮອງນາຍົກລັດຖະມົນຕີ ຈີນ ຫຼຽວເຂືອ ໃນວັນທີ 22/02 ຢູ່ທໍານຽບຂາວ (ພາບ: Reuters)

ວັນທີ 25 ກຸມພາ, ທ່່ານປະທານາທິບໍດີ ອາເມລິກາ Donald Trump ສະແດງຄວາມຫວັງ ຕໍ່ “ພິທີລົງນາມໃນຂໍ້ຕົກລົງຄັ້ງສຸດຍອດ” ກັບ ຈີນ ກ່ຽວກັບ ບັນຫາດ້ານການຄ້າ, ເມື່ອການເຈລະຈາດ້ານການຄ້າຂັ້ນສູງ ລະຫວ່າງ ຈີນ - ອາເມລິກາ ທີ່ຖືກດໍາເນີນໃນລະຫວ່າງ 22 – 24 ກຸມພາ ບັນລຸໄດ້ຄວາມຄືບໜ້າທີ່ແທດຈິງ. ກ່າວຄໍາເຫັນທີ່ການພົບປະກັບຜູ້ວ່າການຕ່າງໆຂອງ ອາເມລິກາ, ທ່ານປະທານາທິບໍດີ Donald Trump ໃຫ້ຮູ້ວ່າ ທ່ານຫວັງວ່າ ບັນດານັກເຈລະຈາ ຈະກັບເມືອປະເທດໂດຍໄວ ແລະ ອາເມລິກາ ກັບ ຈີນ “ຈະຈັດຕັ້ງການພົບປະສຸດຍອດ”. ພ້ອມທັງຫວັງວ່າ ສອງຝ່າຍຈະສໍາເລັດວຽກງານດັ່ງກ່າວ ໂດຍໄວ. 

ຕອບກັບ

ຂ່າວ/ບົດ​ອື່ນ