ທ່ານສືຈິ້ນຜິງ ຕ້ອນຮັບທູດພິເສດຂອງທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ

(VOVWORLD) -    ທ່ານ ຮ່ວາງບີ່ງກວນ ໄດ້ສົ່ງສານອວຍພອນຂອງທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ເຖິງທ່ານເລຂາທິການໃຫຍ່ ສືຈິ້ນຜິງ ເນື່ອງໃນໂອກາດກອງປະຊຸມໃຫຍ່ຄັ້ງທີ 19 ປະສົບຜົນສຳເລັດຢ່າງຈົບງາມ 
ທ່ານສືຈິ້ນຜິງ ຕ້ອນຮັບທູດພິເສດຂອງທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ - ảnh 1ທ່ານຮ່ວາງບິ່ງກວນ ແລະ ທ່ານ ສືຈຶ້ນຜິງ 

ຕອນບ່າຍວັນທີ 30 ຕຸລາ, ຢູ່ຫໍປະຊຸມໃຫຍ່ປະຊາຊົນຢູ່ ນະຄອນຫຼວງ ປັກກິ່ງ, ປະເທດ ຈີນ, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຈີນ ສືຈິ້ນຜິງ ໄດ້ຕ້ອນຮັບທ່ານ ຮ່ວາງບິ່ງກວນ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ, ທູດພິເສດຂອງ ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູ໋ຈ້ອງ, ເນື່ອງໃນໂອກາດມາຢ້ຽມຢາມ ແລະ ອວຍພອນຜົນສຳເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 19 ພັກກອມມູນິດ ຈີນ (ກອງປະຊຸມໃຫຍ່ຄັ້ງທີ 19)

        ທ່ານ ຮ່ວາງບີ່ງກວນ ໄດ້ສົ່ງສານອວຍພອນຂອງທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ເຖິງທ່ານເລຂາທິການໃຫຍ່ ສືຈິ້ນຜິງ ເນື່ອງໃນໂອກາດກອງປະຊຸມໃຫຍ່ຄັ້ງທີ 19 ປະສົບຜົນສຳເລັດຢ່າງຈົບງາມ ແລະ ທ່ານເລຂາທິການໃຫຍ່ ສືຈິ້ນຜິງ ໄດ້ຮັບການເລືອກຕັ້ງເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຈີນ ຊຸດທີ 19 ອີກເທື່ອໜຶ່ງ. ທ່ານ ຮ່ວາງບີ່ງກວນ ຢືນຢັນວ່າ: ພັກ ແລະ ລັດ ຫວຽດນາມ ຍາມໃດກໍ່ເຄົາລົບການພັດທະນາການພົວພັນຖານບ້ານໃກ້ເຮືອນຄຽງມິດຕະພາບ, ການຮ່ວມມືຮອບດ້ານກັບພັກກອມມູນິດ ແລະ ລັດຖະບານ ຈີນ, ຫວັງວ່າ, 2 ຝ່າຍຈະສົມທົບກັນປະຕິບັດບັນດາຄວາມຮັບຮູ້ລວມລະຫວ່າງການນຳຂັ້ນສູງຂອງ 2 ພັກ, 2 ລັດ ແລະ ບັນດາຂໍ້ຕົກລົງທີ່ບັນລຸໄດ້ໃຫ້ດີທີ່ສຸດ; ທ່ານເນັ້ນໜັກວ່າ ຫວຽດນາມ ຖືເປັນສຳຄັນ ແລະ ສະແດງຄວາມຊົມເຊີຍການຢ້ຽມຢາມທາງລັດຖະກິດເຖິງ ຫວຽດນາມ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດ APEC ຈະມາເຖິງຂອງທ່ານເລຂາທິການໃຫຍ່ ສືຈິ້ນຜິງ ຖືວ່າ ການໄປຢ້ຽມຢາມ ຫວຽດນາມ ພາຍຫຼັງຫາກໍ່ສຳເລັດກອງປະຊຸມໃຫຍ່ຄັ້ງທີ 19 ຂອງທ່ານເລຂາທິການໃຫຍ່ ສືຈິ້ນຜິງ ແມ່ນມີຄວາມໝາຍສຳຄັນທີ່ສຸດ, ປະກອບສ່ວນຊຸກຍູ້ ແລະ ເຮັດໃຫ້ການພົວພັນ ຫວຽດນາມ - ຈີນ ເລິກເຊິ່ງຂຶ້ນຕື່ມ.

        ສ່ວນທ່ານເລຂາທິການໃຫຍ່ ສືຈິ້ນຜິງ ເນັ້ນໜັກວ່າ ກອງປະຊຸມໃຫຍ່ຄັ້ງທີ 19 ຂອງພັກກອມມູນິດ ຈີນ ແມ່ນກອງປະຊຸມໃຫຍ່ທີ່ມີຄວາມໝາຍສຳຄັນທີ່ສຸດສຳລັບທົ່ວພັກ ແລະ ປະຊາຊົນ ຈີນ, ກຳນົດທີ່ຕັ້ງປະຫວັດສາດ ແລະ ທິດທາງແຫ່ງການພັດທະນາຂອງປະເທດ ຈີນ ໃນໄລຍະໃໝ່, ສະແດງໃຫ້ເຫັນວ່າພັກກອມມູນິດ ຈີນ ແລະ ທ່ານ ສືຈິ້ນຜິງ ໃນນາມສ່ວນຕົວຍາມໃດກໍ່ຖືເປັນສຳຄັນລະດັບການພົວພັນກັບ ຫວຽດນາມ ສູງ, ປາດຖະໜາຢາກຊຸກຍູ້ການພົວພັນລະຫວ່າງ 2 ພັກ, 2 ປະເທດ ມີການພັດທະນາໃໝ່; ສະໜັບສະໜູນ ຫວຽດນາມ ຈັດຕັ້ງກອງປະຊຸມສຸດຍອດ APEC 2017 ໃຫ້ປະສົບຜົນສຳເລັດ.

ຕອບກັບ

ຂ່າວ/ບົດ​ອື່ນ