ທ່ານຫງວຽນຊວນຟຸກຮອງນາຍົກລັດຖະມົນຕີຕ້ອນຮັບລັດຖະມົນຕີກະຊວງວິທະຍາສາດແລະເຕັກໂນໂລຊີລາວ

ທ່ານຫງວຽນຊວນຟຸກຮອງນາຍົກລັດຖະມົນຕີຕ້ອນຮັບລັດຖະມົນຕີກະຊວງວິທະຍາສາດແລະເຕັກໂນໂລຊີລາວ - ảnh 1
(ທ່ານ ຫງວຽນ​ຊວ​ນ​ຟຸກ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​
ຕ້ອນ​ຮັບ ທ່ານ ບໍ່​ວຽງ​ຄຳ ວົງ​ດາ​ລາ)

(Vovworld) -  ຕອນ​ບ່າຍຂອງມື້ນີ້ ທີ່​​ສຳ​ນັກ​ງານ​ການ​ລັດ​ຖະ​ບານ ທ່ານ ຫງວຽນ​ຊວ​ນ​ຟຸກ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ ຕ້ອນ​ຮັບ ທ່ານ ບໍ່​ວຽງ​ຄຳ ວົງ​ດາ​ລາ, ​ລັ​ດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງວິ​ທະ​ຍາ​ສາດ ແລະ​ ເຕັກ​ໂນ​ໂລ​ຊີ​ລາວ ມາ​ຢ້ຽມ​ຢາມ ແລະ ເຮ​ັດ​ວ​ຽກ ຢູ່​ຫວຽດ​ນາມ. ໃນ​ການ​ຕ້ອນ​ຮັບ, ທ່ານຮອງ​ນາ​ຍົກ​ລັດ​ຖະ​ທົນ​ຕີ ຫງວຽນ​ຊວນ​ຟຸກ ​ຖື​ຮູ້​ວ່າ: ໃນ​ໄລ​ຍະຈະ​ມາ​ເຖິງ, ກະ​ຊວງວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຊີ ສອງ​ປະ​ເທດ ຈຳ​ເປັນ​ຕ້ອງ​ສ​ືບ​ຕໍ່ຮ່ວມ​ກັນ ແບ່ງ​ປັບ​ບົດ​ຮຽ​ນ​ ໃນ​ການ​ຄຸ້ມ​ຄອງ​ການ​ເຄື່ອນ​ໄຫວ ວິ​ທະ​ຍາ​ສາດ ເຕັກ​ໂນ​ໂລ​ຊີ, ເປັນ​ຕົ້ນ​ແມ່ນ​ການສ້າງ​ ບັນ​ດາ​ເອ​ກະ​ສານ​ດ້ານ​ກົດ​ໝາຍ, ກົນ​ໄກ, ນະ​ໂຍ​ບາຍ, ເພື່ອ​ພັດ​ທະ​ນາວິ​ທະ​ຍາ​ສາດ ເຕັກ​ໂນ​ໂລ​ຊີ ແລະ ດຶງ​ດູດ​ການ​ລົງ​ທຶນ​ເຂົ້າ​​ຂົງ​ເຂດນີ້. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຢັ້ງ​ຢືນ​ວ່າ: ຫວຽດ​ນາມ ຈະ​ຊ່ວຍ​ໜູນ​ຈົນ​ສຸດ​ຄວາມ​ສາ​ມາດ​ ເພື່ອ​ຊ່ວຍ​ເຫຼືອ​ລາວ ໃນ​ບັນ​ຫາການກໍ່​ສ້າງ​ ພະ​ນັກ​ງານ​ຄຸ້ມ​ຄອງ ວິ​ທະ​ຍາ​ສາດ ເຕັກ​ໂນ​ໂລ​ຊີ, ຍົກ​ສູງ​ຄວາມ​ສາ​ມາດ​ໃນການ​ຄົ້ນ​ຄ້​ວາ ຂອງ​ກະ​ຊວງ ວິ​ທະ​ຍາ​ສາດ ​ແລະ ເຕັກ​ໂນ​ໂລ​ຊີລາວ.

        ທ່ານ ບໍ່​ວຽງ​ຄຳ ວົງ​ດາ​ລາ, ລັດ​ຖະ​ມົນ​ຕີ​ວ່າ​ການ​ ກະ​ຊວງ ວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຊີ​ລາວ ໃຫ້​ຮູ້​ວ່າ: ໃນ​ການ​ມາ​ຢ້ຽມ​ຢາມ​ຂອງ​ຄະ​ນະ​ໃນ​ຄັ້ງ​ນີ້, ຝ່າ​ຍ​ຫວຽນ​ດ​ນາມ ໄດ້​​ແບ່ງ​ປັນ​ຄວາມ​ຮູ້ຫລາຍ​ຢ່າງ​ ທີ່​ກ່ຽວ​ກັບ​ເຖິງ​ຂົງ​ເຂດ​ຊັບ​ສີນ​ທາງ​ປັນ​ຍາ​ຂອງ​ລາວ. ທ່ານລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ ວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຊີ​ລາວ ​ປາດ​ຖະ​ໜາ​ຢາກການ​ຮ່ວມ​ມື​ ກັບ​ຫວຽດ​ນາມ​ ໃນ​ຂົງ​ເຂດ​ພັດ​ທະ​ນາວິ​ທະ​ຍາ​ສາດ ເຕັກ​ໂນ​ໂລ​ຊີ​, ແລກ​ປ່ຽ​ນກ່ຽວ​ກັບ​ການໝູນ​ໃຊ້​ເຂົ້າ​ໃນ​ການ​ຜະ​ລິດ​ໃນ​ຊີ​ວິດ​ປະ​ຈຳ​ວັນ ຫຼາຍກ່​ວາ​ເກົ່າ.

ຂ່າວ/ບົດ​ອື່ນ