ທ່ານຫງວຽນເຕີນຢຸງ ໃຫ້ການຕ້ອນຮັບ ຫົວໜ້າບັນດາອົງການ ຜູ້ຕາງໜ້າຫວຽດນາມ ປະຈຳຕ່າງປະເທດ

ທ່ານຫງວຽນເຕີນຢຸງ ໃຫ້ການຕ້ອນຮັບ ຫົວໜ້າບັນດາອົງການ ຜູ້ຕາງໜ້າຫວຽດນາມ ປະຈຳຕ່າງປະເທດ - ảnh 1

(ພາບປະກອບ:nguyenphutrong.net)

(vovworld)-  ຕອນ​ບ່າຍ​ວັນ​ທີ 19/6, ຢູ່​ສຳນັກງານ​ລັດຖະບານ, ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີນ​ຢຸງ ​ໄດ້ໃຫ້ການ​ຕ້ອນຮັບ ​ຫົວໜ້າ​ບັນດາ​ອົງການ ​ຜູ້ຕາງໜ້າ​ຫວຽ​ດນາມ ປະຈຳ​ຕ່າງ​ປະ​ເທດ ຊື່​ງລວມມີ ທ່ານ​ເອກ​ອັກຄະ​ລັດຖະທູດ 19 ທ່ານ ​ແລະ ຫົວໜ້າ​ກົງ​ສູນ 2 ທ່ານ ກ່ອນ​ທີ່​ຈະ​ໄປ​ປະຕິບັດ​ໜ້າ​ທີ່ຢູ່​ຕ່າງປະ​ເທດ ​ໃນອາຍຸ​ການ 2013-2016. ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີນ​ຢຸງ ​ເນັ້ນໜັກ​ວ່າ: ບັນດາ​ທ່ານເອກ​ອັກຄະ​ລັດຖະທູດ ​ແລະ ຫົວໜ້າ​ກົງ​ສູນ ຕ້ອງ​ຍົກ​ຍູງ​ຄວາມ​ຮັບຜິດຊອບ, ສູ້​ຊົນ​ປະຕິບັດ​ໜ້າ​ທີ່​ທີ່ໄດ້​ຮັບ​ການ​ມອບ​ໝາຍ​ສຳ​ເລັດ, ຕ້ອງ​ຊາບຊືມຢ່າງ​ເລິກ​ເຊິ່ງ, ກຳ​​ແໜ້ນ​ແຜນ​ນະ​ໂຍບາຍ, ​ແນວທາງ, ນະ​ໂຍບາຍ​ຂອງ​ພັກ, ລັດ, ບໍ່​ພຽງ​ແຕ່​ກ່ຽວຂ້ອງ​ເຖິງ​ແນວທາງ​ການ​ຕ່າງປະ​ເທດ​ເທົ່າ​ນັ້ນ ຫາກ​ຍັງ​ໃນ​ທຸກ​ຂົງ​ເຂດ​ອື່ນໆ​ອີກ​ດ້ວຍ. ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີນ​ຢຸງ ຍັງ​ຮຽກຮ້ອງ​ໃຫ້ບັນດາ​ທ່ານເອກ​ອັກຄະ​ລັດຖະທູດ ​ແລະ ຫົວໜ້າ​ກົງ​ສູນ ຕ້ອງ​ສຸມ​ໃສ່​ເພີ່ມ​ທະວີ​ດ້ານ​ການ​ເມືອງ​ການ​ທູດ​ບົນ​ຈິດ​ໃຈ​ໄວ້​ເນື້ອ​ເຊື່ອ​ໃຈ, ມິດຕະພາບ ​ແລະ ຄວາມ​ເຂົ້າອົກ​ເຂົ້າ​ໃຈ​ຊື່​ງກັນ ​ແລະ ກັນ​ໃຫ້​ນັບ​ມື້​ນັບ​ເລິກ​ເຊີ່ງ​ກ່ວາ. ນີ້​ແມ່ນ​ພື້ນຖານ​ເພື່ອ​ຊຸກຍູ້​ການ​ທູດ​ເສດຖະກິດ ​ແລະ ບັນດາ​ຂົງ​ເຂດ​ອື່ນໆ. ທ່ານ​ປາດ​ຖະໜາ​ວ່າ, ບັນດາ​ທ່ານເອກ​ອັກຄະ​ລັດຖະທູດ ​ແລະ ຫົວໜ້າ​ກົງ​ສູນ ຈະ​ມີ​ບັນດາ​ການ​ເຄື່ອນ​ໄຫວ​ທາງ​ການ​ທູດ​ອັນ​ແທດ​ຈິງ ​ເພື່ອ​ໃຫ້​ເພື່ອນ​ມິດສາ​ກົນ​ເຂົ້າ​ໃຈ ​ແລະ ສະໜັບສະໜູນ​ແຜນ​ນະ​ໂຍບາຍ, ​ແນວທາງ​ການ​ຕ່າງປະ​ເທດ​ຂອງ​ຫວຽດນາມ ກໍ່​ຄື​ທັດສະນະ​ຂອງ​ຫວຽດນາມ ​ໃນ​ການ​ສ້າງສາ ​ແລະ ພັດທະນາ​ປະ​ເທດ​ຊາດ, ​ໂດຍ​ສະ​ເພາະ​ແມ່ນ​ໃນ​ການ​ຕໍ່ສູ້​ກັບ​ການ​ຕ້ານ​ທຳລາຍ​ຂອງ​ບັນດາ​ອິດ​ທິກຳລັງ​ທີ່​ເປັນ​ປໍ​ລະ​ປັກ, ປົກ​ປັກ​ຮັກສາ​ອະທິປະ​ໄຕ​ແຫ່ງ​ຊາດ​ບົນ​ທະ​ເລ, ໝູ່​ເກາະ.

 

ຂ່າວ/ບົດ​ອື່ນ