ທ່ານຮອງນາຍົກລັດຖະມົນຕີ ຈີ້ງດີງຢູງກ່າວຄຳເຫັນນະພິທີປຸກລະດົມ
ພາບ:baochinhphu.vn
|
(vovworld)- ຕອນຄ່ຳວັນທີ 4/6, ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ໄດ້ສົມທົບກັບສະມາຄົມນັກຮົບເກົ່າ ຫວຽດນາມ, ສະມາຄົມຜູ້ອາຍຸສູງ ຫວຽດນາມ ແລະຄະນະກຳມະການປະຊາຊົນແຂວງ ລາວກາຍ ຈັດຕັ້ງພິທີປຸກລະດົມ “ເດືອນເຄື່ອນໄຫວເພື່ອສິ່ງແວດລ້ອມ”. ກ່າວຄຳເຫັນນະພິທີ, ທ່ານຮອງນາຍົກລັດຖະມົນຕີ ຈີ້ງດີງຢູງ ໃຫ້ຮູ້ວ່າ:
“ນີ້ແມ່ນການເຄື່ອນໄຫວມີຄວາມໝາຍຢ່າງແທດຈິງ ເພື່ອລະດົມການເຂົ້າຮ່ວມຂອງທັງລະບົບການເມືອງ, ສັງຄົມ ແລະ ປະຊາຊົນໃນທົ່ວປະເທດ. ເພື່ອປະຕິບັດການປົກປັກຮັກສາສິ່ງແວດລ້ອມໃຫ້ສຳເລັດ ແລະ ມີປະສິດທິຜົນ, ພວກເຮົາຕ້ອງປົກປັກຮັກສາສິ່ງແວດລ້ອມຈາກການກະທຳນ້ອຍສຸດ, ແທດຈິງສຸດ ແລະ ໃກ້ຊິດຕິດແທດສຸດ. ຂ້າພະເຈົ້າມີຄວາມເຊື່ອໝັ້ນວ່າ ພາລະກິດປົກປັກຮັກສາສິ່ງແວດລ້ອມຈະນັບມື້ນັບໄດ້ຮັບຄວາມສົນໃຈ, ຄວາມເຫັນດີເຫັນພ້ອມ ແລະ ການເຂົ້າຮ່ວມຂອງທັງລະບົບການເມືອງ, ບັນດາວິສາຫະກິດ ແລະ ທົ່ວປະຊາຄົມພວກເຮົາ.”