ທ່ານຮອງນາຍົກລັດຖະມົນຕີ ຮ່ວາງຈູງຫາຍ ຕ້ອນຮັບທ່ານ
Ri Kin Sang,ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ສປປ ເກົາຫລີ
ພາບ:chinhphu.vn
|
(vovworld)- ຕອນບ່າຍວັນທີ 30/1, ທ່ານຮອງນາຍົກລັດຖະມົນຕີ ຮ່ວາງຈູງຫາຍ ໄດ້ໃຫ້ການຕ້ອນຮັບທ່ານ Ri Kin Sang, ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ສປປ ເກົາຫລີ ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ ຮ່ວາງຈູງຫາຍ ສະເຫນີໃຫ້ສອງຝ່າຍ ຄວນສືບຕໍ່ຮັກສາບັນດາການຢ້ຽມຢາມ ແລະ ພົບປະກັນລະຫວ່າງບັນດາກະຊວງ, ຂະແຫນງການຂອງສອງປະເທດ, ເພື່ອເພີ່ມທະວີນ້ຳໃຈມິດຕະພາບ, ຄວາມເຂົ້າອົກເຂົ້າໃຈ ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະກັນ. ສອງຝ່າຍຊຸກຍູ້ການພົວພັນຮ່ວມມືດ້ານເສດຖະກິດ ຕາມຫລັກການເສດຖະກິດການຕະຫລາດ, ຕ່າງຝ່າຍຕ່າງມີຜົນປະໂຫຍດ, ສອດຄ່ອງກັບຄວາມສາມາດຂອງແຕ່ລະຝ່າຍ. ທ່ານ Ri Kin Sang, ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ສປປ ເກົາຫລີ ໃຫ້ຮູ້ວ່າ: ປີ 2015 ແມ່ນປີສະເຫລີມສະຫລອງ 65 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງສອງປະເທດ. ທ່ານເຊື່ອໝັ້ນວ່າ ດ້ວຍການເພີ່ມທະວີການພົວພັນແລກປ່ຽນ ແລະ ການຮ່ວມມືໃນທຸກຂົງເຂດການເມືອງ, ເສດຖະກິດ, ວັດທະນະທຳ, ການພົວພັນແລກປ່ຽນປະຊາຊົນ ຈະປະກອບສ່ວນເພີ່ມທະວີການພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອລະຫວ່າງ ສປປ ເກົາຫລີ ແລະ ຫວຽດນາມ.