ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້
(vovworld) - ຕອນເຊົ້າວັນທີ 17/1, ຢູ່ ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ ມີການເຮັດວຽກກັບອົງການກວດສອບແຫ່ງລັດ ແລະ ມີຄວາມເຫັນຊີ້ນຳທີ່ກ່ຽວຂ້ອງເຖິງບັນດາບັນຫາກ່ຽວກັບ “ການສ້າງໂຄງປະກອບຄືນໃໝ່ ແລະ ກຳນົດຄຸນຄ່າຂອງລັດວິສາຫະກິດ“. ປະຕິບັດແຜນຮ່າງ “ສ້າງໂຄງປະກອບຄືນໃໝ່ ແລະ ກຳນົດຄຸນຄ່າຂອງລັດວິສາຫະກິດໄລຍະ 2011-2015“, ທົ່ວປະເທດໄດ້ຫັນວິສາຫະກິດ 499 ແຫ່ງເປັນຫຸ້ນສ່ວນ, ພາຍຫຼັງການຫັນເປັນຫຸ້ນສ່ວນ, ບັນດາວິສາຫະກິດ ດຳເນີນທຸລະກິດລ້ວນແຕ່ໄດ້ຮັບກຳໄລ. ອົງການກວດສອບແຫ່ງລັດສະເໜີຕໍ່ລັດຖະບານ ແລະ ບັນດາກະຊວງ ຄົ້ນຄ້ວາ, ເພີ່ມເຕີມ, ປັບປຸງຫຼາຍຂໍ້ກຳນົດ, ກົນໄກ, ນະໂຍບາຍ ເພື່ອສ້າງເງື່ອນໄຂດີທີ່ສຸດໃຫ້ບັນດາວິສາຫະກິດ ແລະ ສະກັດກັ້ນການຮົ່ວໄຫຼແຫຼ່ງກຳລັງຂອງລັດ.