ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢ້ຽມຢາມແຂວງ ຢາລາຍ

(vovworld) - ຕອນ​ເຊົ້າ​ວັນ​ທີ 10/12, ​ເມື່ອ​ເຮັດ​ວຽກ​ກັບ​ການ​ນຳ​ແຂວງ ຢາ​ລາຍ ຢູ່​ໄຕ​ງວຽນ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ໄດ້​ຕີ​ລາຄາ​ສູງ​ບັນດາ​ໝາກຜົນ​ຊຶ່ງ​ແຂວງ ຢາ​ລາຍ ບັນລຸ​ໄດ້​ໃນ​ປີຜ່ານມາ. ພົ້ນ​ເດັ່ນ​ໃນ​ສະພາບ​ພວມ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫລາຍ​ຢ່າງ, ​ແຕ່​ແຂວງ ຢາ​ລາຍ​ຍັງ​ຄົງ​ຮັກສາ​ລະດັບ​ຈະ​ເລີ​ນ​ເຕີບ​ໂຕ​ເສດຖະກິດ​ເກືອບ 13%.​ ການ​ນຳ​ແຂວງ ຢາ​ລາຍ ກໍຍົກ​ໃຫ້​ເຫັນ​ຄວາມ​ຫຍຸ້ງຍາກ​ຂໍ້​ຕິດ​ຂັດຈຳນວນ​ຫນຶ່ງ ປາດ​ຖະຫນາ​ຢາກ​​ໄດ້​ຮັບ​ການພິຈາລະນາ, ແກ້​ໄຂ​ຈາກ​ລັດຖະບານ, ບັນດາ​ກະຊວງ, ຂະ​ແຫນງ​ການ​ຢູ່​ສູນ​ກາງ. ​ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ຢືນຢັນ​ວ່າ: ລັດຖະບານ ຈະ​ພິຈາລະນາ, ຊີ້​ນຳ​ບັນດາ​ກະຊວງ, ຂະ​ແຫນງ​ການ​ກ່ຽວຂ້ອງ​ສົມທົບ​ກັບ​ແຂວງ​ເພື່ອ​ແກ້​ໄຂ​ບັນຫາ​ດັ່ງກ່າວ.

 

ຕອບກັບ

ຂ່າວ/ບົດ​ອື່ນ