ທ່ານຮອງນາຍົກລັດຖະມົນຕີ Vu Van Ninh ປຸກລະດົມເດືອນເພື່ອຜູ້ທຸກຍາກປີ 2012

(vovworld) - ຕອນ​ເຊົ້າ​ວັນ​ທີ 17/10, ຄະນະ​ກຳມະການ​ສູນ​ກາງ​​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ໄດ້​ຈັດ​ຕັ້ງ​ພິທີ​ປຸກລະດົມ​ເດືອນ​​ເພື່ອ​ຜູ້​ທຸກ​ຍາກ ​ແຕ່​ວັນ​ທີ 17/10 -18/11 ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ຮອງ​ນາຍົກລັດຖະມົນຕີ Vu Van Ninh ​ໄດ້​ຢືນຢັນ​ວ່າ: ການ​ຫລຸດຜ່ອນ​ຄວາມທຸກ​ຍາກ, ​ເບິ່ງ​ແຍງ​​ຜູ້​ທຸກ​ຍາກ​ແມ່ນ​ຫນຶ່ງ​ໃນ​ບັນດາ​ແຜນ​ນະ​ໂຍບາຍ​ໃຫຍ່, ຍາມ​ໃດ​ ກໍ​ໄດ້​ຮັບຄວາມ​ເ​ອົາ​ໃຈ​ໃສ່ຈາກພັກ, ລັດ ຫວຽດນາມ. ນີ້​ບໍ່​ພຽງ​ແຕ່​ແມ່​ນບັນຫາ​ເສດຖະກິດ ຫາກ​ຍັງ​ແມ່ນ​ພື້ນຖານ​ເພື່ອ​ຮັກສາ​ຄວາມ​ສະຖຽນ​ລະ​ພາບ​ດ້ານ​ການ​ເມືອງ, ສັງຄົມ, ຮັບປະກັນ​ການ​ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ, ສະ​ນັ້ນ​ຮຽກຮ້ອງ​​ໃຫ້​ທຸກ​ຂັ້ນ, ຂະ​ແຫນງ​ການ ​ແລະ​ທັງ​ລະບົບ​ການ​ເມືອງສົມທົບ​ກັນ​ປະຕິ​ດບັດ. ທ່ານ​ຮອງ​ນາຍົກລັດຖະມົນຕີ Vu Van Ninh ຮຽກຮ້ອງ​ໃຫ້​ບັນດາ​ອົງການ, ສ່ວນ​ບຸກຄົນ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ ສືບ​ຕໍ່​ເຊີດ​ຊູ​ມູນ​ເຊື້ອ​ສາມັກຄີ, ອຸ້ມຊູ​ຊ່ວຍ​ເຫລືອ​ເຊິ່ງກັນ ​ແລະ ກັນ ດ້ວຍ​ວຽກ​ງານ​ລະອຽດ​ເພື່ອ​ຊ່ວຍ​ເຫລືອ​ທາງ​ດ້ານ​ວັດຖຸ ​ແລະ ຈິດ​ໃຈ​ໃຫ້​ແກ່ຜູ້​ທຸກ​ຍາກ ​ເປັນ​ຕົ້ນ​ແມ່ນ​ປະຊາຊົນ​ທຸກ​ຍາກ​ຢູ່​ເຂດ​ຫ່າງ​ໄກ​ສອກຫລີກ, ​ເຂດ​ປະຊາຊົນ​ຊົນ​ເຜົ່າ​ສ່ວນ​ຫນ້ອຍ, ​ເຂດ​ເຄີຍ​ປະສົບ​ໄພ​ທຳ​ມະ​ຊາດ, ພະຍຸ​.

ຕອບກັບ

ຂ່າວ/ບົດ​ອື່ນ