ທ່ານຮອງນາຍົກລັດຖະມົນຕີ Vu Van Ninh ເຮັດວຽກັບນະຄອນ ໂຮ່ຈິມິນ

ທ່ານຮອງນາຍົກລັດຖະມົນຕີ Vu Van Ninh ເຮັດວຽກັບນະຄອນ ໂຮ່ຈິມິນ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ Vu Van Ninh ຂີ້ນຳກອງປະຊຸມ
( ພາບ: vnexpress.net )

( vovworld ) –   ​ຕອນ​ເຊົ້າ​ວັນ​ທີ 23/4, ຄະ​ນະ​ປະຕິບັດ​ງານ​ລັດຖະບານຫວຽດນາມ ​ໂດຍ​ທ່ານ​ຮອງ​ນາຍົກລັດຖະມົນຕີ Vu Van Ninh ນຳ​ໜ້າ ​ໄດ້​ມີ​ການ​ເຮັດ​ວຽກກັບນະຄອນ ​ໂຮ່ຈິ​ມິນ ກ່ຽວ​ກັບ​ບັນດາ​ມາດ​ຕະການ​ຊຸກຍູ້​ການ​ຜະລິດ​ດຳ​ເນີນ​ທຸ​ລິ​ກິດ​ຂອງ​ວິ​ສາ​ຫະກິດ​ຕ່າງໆ​ໃນ​ບໍລິ​ເວນ​ນະຄອນ. ກ່າວ​ຄຳ​ເຫັນ​ທີ່​ການ​ເຮັດ​ວຽກ, ທ່ານ​ຮອງ​ນາຍົກລັດຖະມົນຕີ Vu Van Ninh ​ໄດ້​ຢືນຢັນ​ວ່າ; ​ເປົ້າ​ໝາຍ​ສຳຄັນ​ທີ່​ສຸດ​ຂອງ​ນະຄອນ​ກໍ​ຄື​ຂອງ​ທົ່ວ​ປະ​ເທດ ​ແມ່ນ​ຄວບ​ຄຸມ​ໄພ​ເງິນ​​ເຟີ້, ຮັກສາ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ ​ແລະ ຮັບປະກັນ​ຊີວິດ​ສັງຄົມ​ຕິດ​ພັນ​ກັບ​ການ​ໂຄງ​ປະ​ກອບ​ພື້ນຖານ​ເສດຖະກິດ ​ແລະ ສ້າງ​ໂຄງ​ປະກອບ​ບາງ​ຂົງ​ເຂດ​ທີ່​ສຳຄັນຄືນ​ໃໝ່, ​ເປັນ​ພື້ນຖານ​ໃຫ້​ແກ່​ການ​ພັດທະນາ​ຢ່າງ​ວ່ອງ​ໄວ ​ແລະ ໝັ້ນ​ຄົງ. ​ເຖິງ​ວ່າ​ເສດຖະກິດ​ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ກໍ​ຕາມ, ​ແຕ່​ໝາກຜົນ​ໄລ່​ມາຮອດ​ທ້າຍ​ງວດ​ທີ 1 ຊີ້​ໃຫ້​ເຫັນ​ວ່າ ການ​ບໍລິຫານຂອງ​ລັດຖະບານ​ໄດ້​ກ້າວ​ເດີ່ນ​ຢ່າງ​​ຖືກທິດ, ​ເສດຖະກິດ​ມະຫາ​ພາກ​ເລີ່​ມມີ​ສັນຍານ​ທີ່​ເປັນ​ປົກກະຕິ​ກວ່າ, ​ເງິນຕາ, ອັດດອກ​ເບ້ຍ, ອັດຕາ​ແລກປ່ຽນ​ເງິນ​ຕາ​ຕ່າງປະ​ເທດ, ​ໄພ​ເງິນ​ເຟີ້, ສິນ​ເຊື່ອ​ການຈະ​ເລີ​ນ​ເຕີບ​​ໂຕ​ແມ່ນ​ຢູ່​ໃນ​ລະດັບ​ທີ່​ຄວບ​ຄຸມ​ໄດ້. ທ່ານ​ຮອງ​ນາຍົກລັດຖະມົນຕີ Vu Van Ninh ກ່າວ​ວ່າ.

“ ທິດ​ທາງ​ຂອງ​ພວກ​ເຮົາ​ແມ່ນ​ຕັ້ງໝັ້ນ​ຕໍ່​ເປົ້າ​ໝາຍ​ນີ້. ຕ້ອງ​ມີ​ຄວາມ​ລະມັດລະວັງ​ໃນ​ການຕີ​ລາຄາ​​ເພື່ອ​ວາງ​ອອກບັນດາ​ມາດ​ຕະການ​ໃຫ້​ເໝາະ​ສົມ ​ແລະ ກໍຄວນ​ຖື​ການ​ຄວບ​ຄຸບ​ໄພ​ເງິນ​ເຟີ້​ແມ່ນ​ໜ້າ​ທີ່​ອັນ​ດັບ​ໜື່ງ, ​ເຖິງ​ວ່າ​ໄພ​ເງິນ​ເຟີ້​ຄວບ​ຄຸມ​ໄດ້​ຄື​ແນວ​ນັ້ນ ​ແຕ່​ບໍ່​ຄວນ​ເຜີຕົວ. ທີ່​ສອງ​ແມ່ນ​ ຄວນ​ແກ້​ໄຂ​ສິ່ງ​ທີ່​ຂຶ້ນ​ໃໝ່ ​ແລະ ສ້າງ​ເງື່ອນ​ໄຂ​ເພື່ອ​ແກ້​ໄຂບັນຫາ​ຢ່າງ​ກົມ​ກຽວລະຫວ່າງ​ການ​ຄວບ​ຄຸມ​ໄພ​ເງິນ​ເຟີ້​ຮັບປະກັນ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ ​ແລະ ການຈະ​ເລີ​ນ​ເຕີບ​​ໂຕ​​ໃນ​ລະດັບ​ທີ່​ເໝາະ​ສົມ. ສະ​ນັ້ນ​ຄວນມີ​ການ​ຊີ້​ນຳ​ຢ່າງ​ມີ​ໄຫ​ວພິບ​ເພື່ອ​ສາມາດ​ແກ້​ໄຂ​ບັນຫາຕົນ​ຕໍ ​ແລະ ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​​ໃຫ້​ແກ່​ການ​ຜະລິດດຳ​ເນີນ​ທຸ​ລະ​ກິດ”.

ຂ່າວ/ບົດ​ອື່ນ