ທ່ານເລຂາທິການໃຫຍ່ຫງວຽນຟຸຈ້ອງລົງຢ້ຽມຢາມເມືອງຢຽນແຄ໋ງແຂວງແຄ໋ງຮ່ວາ
(ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ເຮັດວຽກຢູ່ແຂວງ ແຄ໋ງຮ່ວາ)
(vovworld) - ໂດຍສືບຕໍ່ການປະຕິບັດງານຢູ່ບໍລິເວນທາງທິດໃຕ້ພາກກາງ, ວັນທີ 04/05, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟຸຈ້ອງ ໄດ້ລົງຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ແຄ໋ງຮ່ວາ. ກ່ອນໜ້ານັ້ນ ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ລົງຢ້ຽມຢາມພະນັກງານ, ປະຊາຊົນຕາແສງ ຢຽນດ່ຽນ, ເມືອງຢຽນແຄ໋ງ. ໂດຍຮັບຮູ້ ແລະ ເຫັນດີກັບບັນດາຄວາມເຫັນໃນການເຮັດວຽກ, ທ່ານເລຂາທິການໃຫຍ່ ເນັ້ນໜັກວ່າ: ການກໍ່ສ້າງຊົນນະບົດໃໝ່ຢູ່ ຢຽນແຄ໋ງ ຕ້ອງຄິດໄລ່ຕາມທິດຕິດພັນກັບຫັນເປັນຕົວເມືອງໃນໄລຍະຈະມາເຖິງ. ທ່ານເລຂາທິການໃຫຍ່ ປາດຖະໜາວ່າ: ຢຽນແຄ໋ງ ເວົ້າລວມ ແລະ ຕາແສງ ຢຽນດ່ຽນ ເວົ້າສະເພາະ ຈະເສີມຂະຫຍາຍມູນເຊື້ອຂອງຫົວໜ່ວຍວິລະຊົນ, ບໍ່ຍອມຮັບຕໍ່ທຸກສິ່ງນັບລຸໄດ້ ຫາກຍັງຕ້ອງບືນຕົວຂຶ້ນ ກາຍເປັນຄັນທຸງນຳໜ້າຂອງແຂວງ ແຄ໋ງຮ່ວາອີກດ້ວຍ.