ທ່ານເລຂາທິການໃຫຍ່ຫງວຽນຟູ໋ຈ້ອງໄປໄວ້ອາໄລປະທານພັກປະຊາຊົນກຳປູເຈຍເຈຍຊິມ

ທ່ານເລຂາທິການໃຫຍ່ຫງວຽນຟູ໋ຈ້ອງໄປໄວ້ອາໄລປະທານພັກປະຊາຊົນກຳປູເຈຍເຈຍຊິມ - ảnh 1

ທ່ານ​ເລຂາທິການ​ໃຫຍ່​ຫງວຽນ​ຟູ໋ຈ້ອງ ​ນຳ​ໜ້າ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດນາມ​ ໄວ້ອາ​ໄລ
  ແລະ ຂຽນໃສ່ປື້ມສະດຸດີອາໄລຫາສົມ​ເດັດ ​ເຈຍ​ຊິ​ມ

(vovworld) - ຕອນ​ເຊົ້າ​ວັນ​ທີ 19/6, ທ່ານ​ເລຂາທິການ​ໃຫຍ່​ຫງວຽນ​ຟູ໋ຈ້ອງ ​ໄດ້​ນຳ​ໜ້າ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດນາມ​ ໄປ​ຍັງ​ສະຖານທູດ​ລາຊະ​ອານາຈັກ​ກຳປູ​ເຈຍ​ ປະຈຳ​ຫວຽດນາມ ເພື່ອ​ໄວ້ອາ​ໄລ ​ແລະ ຂຽນ​ໃສ່​ປື້​ມສະດຸ​ດີ ອາ​ໄລ​ຫາ ສົມ​ເດັດ ອັກຄະ ມະຫາ​ທຳ​ມະ​ໂພທິ​ສານ ​ເຈຍ​ຊິ​ມ, ປະທານ​ພັກ​ປະຊາຊົນ​ກຳປູ​ເຈຍ, ປະທານ​ສະພາ​ສູງ​ລາຊະ​ອານາ​ຈັກ​ກຳປູ​ເຈຍ ທີ່​ຫາ​ກໍ່​ເຖິງ​ແກ່​ມໍລະນະ​ກຳ.

​ໃນ​ວັນ​ດຽວ​ກັນ, ຄະນະ​ຜູ້​ແທນ​ຄະນະ​ພົວພັນ​ການ​ຕ່າງປະ​ເທດ​ສູນ​ກາງ​ພັກ, ກະຊວງ​ການ​ຕ່າງປະ​ເທດ, ອະນຸ​ກຳມະການ​ຮ່ວມ​ມື​ຫວຽດນາມ - ກຳປູ​ເຈຍ; ກະຊວງ​ປ້ອງ​ກັນ​ປະ​ເທດ, ກະຊວງ​ຕຳຫຼວດ, ຄະນະ​ພັກ​ນະຄອນ​ຮ່າ​ໂນ້ຍ; ສະມາຄົມ​ມິດຕະພາບ​ຫວຽດນາມ - ກຳປູ​ເຈຍ ​ແລະ ບາງ​ກະຊວງ, ຂະ​ແໜງ​ການ ​ໄດ້​ເຂົ້າ​ໄວ້ອາ​ໄລ, ​ແລະຂຽນ​ໃສ່​ປື້​ມສະດຸ​ດີ​ອາ​ໄລ​ຫາ ສົມ​ເດັດ ອັກຄະ ມະຫາ​ທຳ​ມະ​ໂພທິ​ສານ ​ເຈຍ​ຊິ​ມ ຢູ່​ສະຖານທູດ​ກຳປູ​ເຈຍ​ປະຈຳ​ຫວຽດນາມ.

ຂ່າວ/ບົດ​ອື່ນ