ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ Antonio Guterres ຮຽກ​ຮ້ອງ​ໃຫ້​ຢຸດ​ຍິງ​ຢູ່ ຢູ​ແກຼນ

(VOVWORLD) -ສິ່ງສຳຄັນທີ່ສຸດໃນການຢຸດຍິງຢູ່ ຢູແກຼນ ແມ່ນເພື່ອໃຫ້ປະຊາຊົນມີເງື່ອນໄຂອອກຈາກນະຄອນ Mariupol, Kharkov ແລະ Sumy ກໍຄືຢູ່ແຫ່ງອື່ນໆທີ່ພວມຕິດຄ້າງໃນການປະທະກັນນີ້ ໄດ້ຍົກຍ້າຍໄປຍັງບ່ອນທີ່ປອດໄພ, ພ້ອມທັງຮັບປະກັນໃຫ້ເຄື່ອງຊ່ວຍເຫຼືອມະນຸດສະທຳສາມາດສົ່ງຮອດມືຜູ້ທີ່ຍັງຕິດຄ້າງ.
ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ Antonio Guterres ຮຽກ​ຮ້ອງ​ໃຫ້​ຢຸດ​ຍິງ​ຢູ່ ຢູ​ແກຼນ - ảnh 1ຊາວ ຢູແກຼນ ຍົກຍ້າຍອອກຈາກນະຄອນ Irpin ໃນວັນທີ 5 ມີນາ (ພາບ: AFP/TTXVN)

ວັນທີ 6 ມີນາ, ທ່ານເລຂາທິການໃຫຍ່ ສປຊ Antonio Guterres ໄດ້ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງເຖິງການປະທະກັນຢູ່ ຢູແກຼນ ຈົ່ງຢຸດຍິງ ເພື່ອສ້າງເງື່ອນໄຂສະດວກໃຫ້ແກ່ສາມັນຊົນ ຍົກຍ້າຍໄປບ່ອນທີ່ປອດໄພ ແລະ ເຄື່ອງຊ່ວຍເຫຼືອມະນຸດສະທຳກໍສາມາດສົ່ງໄປຮອດຜູ້ທີ່ຍັງຕິດຄ້າງຢູ່ ຢູແກຼນ.

ໃນສື່ສັງຄົມອອນລາຍ Twitter, ທ່ານເລຂາທິການໃຫຍ່ ສປຊ Antonio Guterres ຢັ້ງຢືນວ່າ ສິ່ງສຳຄັນທີ່ສຸດໃນການຢຸດຍິງຢູ່ ຢູແກຼນ ແມ່ນເພື່ອໃຫ້ປະຊາຊົນມີເງື່ອນໄຂອອກຈາກນະຄອນ Mariupol, Kharkov ແລະ Sumy ກໍຄືຢູ່ແຫ່ງອື່ນໆທີ່ພວມຕິດຄ້າງໃນການປະທະກັນນີ້ ໄດ້ຍົກຍ້າຍໄປຍັງບ່ອນທີ່ປອດໄພ, ພ້ອມທັງຮັບປະກັນໃຫ້ເຄື່ອງຊ່ວຍເຫຼືອມະນຸດສະທຳສາມາດສົ່ງຮອດມືຜູ້ທີ່ຍັງຕິດຄ້າງ.

ຕອບກັບ

ຂ່າວ/ບົດ​ອື່ນ