ທ່ານເລຂາທິການໃຫຍ່ ຫງວຽນຟູ້ຈ້ອງ ລົງຢ້ຽມຢາມເມືອງ ແຖກເທີດ-ຮ່າໂນ້ຍ

ທ່ານເລຂາທິການໃຫຍ່ ຫງວຽນຟູ້ຈ້ອງ ລົງຢ້ຽມຢາມເມືອງ ແຖກເທີດ-ຮ່າໂນ້ຍ - ảnh 1
ທ່ານເລຂາທິການໃຫຍ່ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນຟູ້ຈ້ອງ ລົງຢ້ຽມຢາມ, ອວຍພອນ​ປີ​ໃໝ່​ ປະຊາຊົນເມີອງ ແຖກເທີດ


Vovworld- ວັນ​ທີ 14/2 (ກົງ​ກັບວັນ​ທີ 5 ບຸນ​ເຕັດ) , ທ່ານເລຂາທິການໃຫຍ່ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນຟູ້ຈ້ອງ ລົງຢ້ຽມຢາມ, ອວຍພອນ​ປີ​ໃໝ່​ອົງຄະ​ນະ​ພັກ, ອຳນາດ​ການ​ປົກຄອງ ​ແລະ ປະຊາຊົນເມີອງ ແຖກເທີດ-ຮ່າໂນ້ຍ. ຢູ່​ທີ່​ນີ້, ທ່ານເລຂາທິການໃຫຍ່ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນຟູ້ຈ້ອງ ​ໄດ້​ຊີ້​ແຈ້ງວ່າ ເມີອງ ແຖກເທີດ ຍັງ​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຫຼາຍ​ຢ່່າງ ​ແລະ ບັນດາ​ແງ່​ຫວັງ​ທີ່​ດີງາມ​ໃນ​ອະນາຄົດ. ອົງຄະ​ນະ​ພັກ, ອຳນາດ​ການ​ປົກຄອງ ​ແລະ ປະຊາຊົນເມີອງ ແຖກເທີດ ຄວນ​ເພີ່ມ​ທະວີ​ຄວາມ​ສາມັກຄີ ​ເປັນ​ຈິດ​ໜຶ່ງ​ໃຈ​ດຽວ, ພັດທະນາ​ບັນດາ​ໝູ່​ບ້ານ​ອາຊີບ, ອຸດສາຫະກຳ​, ການ​ບໍລິການ ພ້ອມ​ກັນ​ນັ້ນ ກໍ​ນຳ​ໜ້າ​ໃນ​ການ​ປະຕິບັດ​ຈຸດໝາຍ​ຫັນ​​ເປັນ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ. ​ແຕ່​ພ້ອມ​ກັບ​ການ ຫັນ​​ເປັນ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝນັ້ນ, ກໍ​ຄວນ​ເອົາ​ໃຈ​ໃສ່​ຮັກສາ​ສິ່ງ​ແວດ​ລ້ອມ, ສ້າງ​ການ​ພົວພັນ​ສາມັກຄີ, ຮັກ​ແພງ​ລະຫວ່າງ​ມະນຸດ​ດ້ວຍ​ກັນ. ທ່ານເລຂາທິ ການໃຫຍ່ ຫງວຽນຟູ້ຈ້ອງ ​ເຊື່ອ​ໝັ້ນ​ວ່າ ດ້ວຍ​ບັນດາ​ເງື່ອນ​ໄຂ​ທີ່​ສະດວກ, ເມີອງ ແຖກເທີດ ຈະ​ພັດທະນາ​ກ້າວ​ຂຶ້ນ, ປະກອບສ່ວນ​ເຂົ້າ​ໃນ​ການ​ກໍ່ສ້າງ​ນະຄອນຫຼວງ​ໃຫ້​ຮ່ັງມີ​ສວຍ​ງາມ, ສີວິ​ໄລ, ທັນ​ສະ​ໃໝ. ​ແລະ ​ເນື່ອງ​ໃນ​​ໂອກາດ​ນີ້, ທ່ານເລຂາທິ ການໃຫຍ່ ຫງວຽນຟູ້ຈ້ອງ ​ໄດ້​ເຂົ້າ​ຮ່ວມ​ວັນບຸນປູກ​ຕົ້ນ​ໄມ້​ເພື່ອ​ສະ​ແດງ​ຄວາມ​ຮູ້​ບູນຄຸນ​ທ່ານ​ປະທານ​ໂຮ່ຈິ​ມິນ​ ຢູ່ ເມີອງ ແຖກເທີດ-ຮ່​າໂນ້ຍ.ທ່ານເລຂາທິການ ໃຫຍ່ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນຟູ້ຈ້ອງ ກ່າວ​ວ່າ :
     “ ປະຕິບັດ​ການ​ຫັນ​ເປັນ​ອຸດສາຫະກຳ, ພວກ​ເຮົາ​ຍິ່ງ​ຮັກສາ​ສິ່ງ​ແວດ​ລ້ອມ, ປະຕິບັດ​ການ​ຫັນ​ເປັນ​ທັນ​ສະ​ໄໝ, ພວກ​ເຮົາ​ຍິ່ງຕ້ອງ​ຮັກ​ແພງ, ອຸ້ມ​ຊູ​ຊ່ວຍ​ເຫຼືອ​ຊຶ່ງ​ກັນ ​ແລະ ກັນ. ຂ້າພະ​ເຈົ້າ​ຂໍ​ອວຍພອນ ອົງຄະ​ນະ​ພັກ, ອຳນາດ​ການ​ປົກຄອງ ​ແລະ ປະຊາຊົນເມືອງ ແຖກເທີດ​ເວົ້າ​ສະ​ເພາະ ​ແລະ ນະຄອນຫຼວງ​ເວົ້າ​ລວມ, ​ກ້າວ​ສູ່​ປີ​ໃໝ່, ສືບ​ຕໍ່​ເສີມ​ຂະຫຍາຍ​ມູນ​ເຊື້ອ​ວິລະ​ຊົນ, ປະກອບສ່ວນ​ກໍ່ສ້າງ​ນະຄອນຫຼວງ​ໃຫ້​ນັບ​ມື້​ນັບ​ຮ່ັງມີ​ສວຍ​ງາມ, ສີວິ​ໄລ, ທັນ​ສະ​​ໄໝ, ພ້ອມ​ກັນ​ນັ້ນ, ກໍ​ສ້າງສາ​ປະ​ເທດ​ຫວຽດນາມ​ໃຫ້​ນັບ​ມື້​ນັບ​ອຸດົມ​ຮ່ັງມີ​ສວຍ​ງາມ​ກ່ວາ​ເກົ່າ ”
     ແລະ ​ເນື່ອງ​ໃນ​​ໂອກາດ​ນີ້, ທ່ານ​ເລຂາທິການ ໃຫຍ່ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນຟູ້ຈ້ອງກໍ​ໄດ້​ ລົງຢ້ຽມຢາມ, ອວຍພອນ​ປີ​ໃໝ່ບາງ​ຄອບຄົວ​ເປົ້າ​ໝາຍ​ນະ​ໂຍບາຍ​ທີ່​ດີ​ເດັ່ນອີກ​ດ້ວຍ.

ຂ່າວ/ບົດ​ອື່ນ