ທ່ານເລເລືອງມີນ ຮັບດຳລົງ ຕຳແຫນ່ງເລຂາທິການໃຫຍ່ ອາຊຽນ

ທ່ານເລເລືອງມີນ ຮັບດຳລົງ       ຕຳແຫນ່ງເລຂາທິການໃຫຍ່ ອາຊຽນ - ảnh 1
ທ່ານ ​ເລ​ເລືອ​ງມີນ ກ່າວຄຳ​ປາ​ໄສ​ຮັບດຳລົງ​ຕຳ​ແຫນ່​ງເປັນເລຂາທິການໃຫຍ່ ອາຊຽນ
ພາບ:dantri.com

(vovworld) - ວັນ​ທີ 9/1, ຢູ່ ສຳນັກງານ​ຄະນະ​ເລຂາ ອາ​ຊຽນ ຢູ່ ອິນ​​ໂດ​ເນ​ເຊຍ ​ໄດ້​ດຳ​ເນີນ​ພິທີ​ມອບ​ໂອນ​ຕຳ​ແຫນ່​ງ​ເລຂາທິການ​ໃຫຍ່ ອາ​ຊຽນ ລະຫວ່າງ ທ່ານ ສຸຣີນ ພິດ​ສຸວັນ ​ອະດີດ​ເລຂາທິການ​ໃຫຍ່ ອາ​ຊຽນ ​ແລະ ທ່ານ ​ເລ​ເລືອ​ງມີນ ​ຊາວ ຫວຽດນາມ​ເປັນ​ເລຂາທິການ​ໃຫຍ່ ອາ​ຊຽນ ຄົນ​ໃຫມ່. ​ເຂົ້າ​ຮ່ວມ​ພິທີ​​ຮັບ​ດຳລົງຕຳ​ແຫນ່​ງ ມີ​ທ່ານ Marty Natalegawa ລັດ​ຖະມົນຕີ​ການ​ຕ່າງປະ​ເທດ ອິນ​ໂດ​ເນ​ເຊຍ, ພ້ອມ​ກັບ​ແຂກ​ຖືກ​ເຊີນ​ກວ່າ 200 ທ່ານ ຊຶ່ງ​ແມ່ນ​ບັນດາ​ເອກ​ອັກຄະ​ລັດຖະທູດ, ບັນດາ​ຜູ້ຕາງຫນ້າ​ທູຕານຸທູດ, ອົງການ​ຂ່າວສານ, ສື່ມວນ​ຊົນ​ສາກົນ. ທີ່​ພິທີ​ມອບ​ໂອນ​ຫນ້າ​ທີ່, ທ່ານ ​       ເລ​ເລືອ​ງມີນ ມີ​ບົດ​ປາ​ໄສ​ຮັບດຳລົງ​ຕຳ​ແຫນ່​ງ ​ໂດຍ​ເນັ້ນ​ຫນັກ​​ເຖິງ​ບັນດາຈຸດ​ສຸມກໍ​ຄື​ຫນ້າ​ທີ່​ຕົ້ນຕໍ​ຂອງ​​ເລຂາທິການ​ໃຫຍ່ ອາ​ຊຽນ ​ໃນ​ອາຍຸ​ການ​ໃຫມ່ 2013 - 2017.

        “​ເຖິງ​ວ່າ​ຍັງ​ມີ​ຄວາມ​ຫຍຸ້ງຍາກ​ຫລາຍ​ຢ່າງ, ​ແຕ່​ຂ້າພະ​ເຈົ້າ​ມີ​ຄວາມ​ເຊື່ອ​ໝັ້ນ​ວ່າ ອາ​ຊຽນ ຈະ​ສຳ​ເລັດ​ບັນດາ​ຈຸດໝາ​ຍທີ່ ອາ​ຊຽນ​ໄດ້​ວາງ​ອອກ​ເປັນ​ຢ່າງ​ດີ. ຄະນະ​ເລຂາ​ອາ​ຊຽນ ສືບ​ຕໍ່​ຢືນຢັນ​ບົດບາດ​ອັນຕັ້ງຫນ້າ​ຂອງ​ຕົນ, ຫນູນ​ຊ່ວຍ ​ແລະ ປະສານ​ງານ​ກັບ​ບັນດາ​ປະ​ເທດ​ສະມາຊິກ ອາ​ຊຽນ ​ໃນ​ປີ 2015. ຄະນະ​ເລຂາ ອາ​ຊຽນ ຈະ​ເພີ່ມ​ທະວີ​ການຫນູນ​ຊ່ວຍ​ເຕັກນິກ​ໃຫ​້​ແກ່​ບັນດາ​ການ​ເຄື່ອນ​ໄຫວຮ່ວມ​ມື ​ແລະ ​ເປັນ​ທີ່​ປຶກສາ​ເພື່ອ​ຫັນ​ບັນດາ​ແນວ​ຄວາມ​ຄິດ​ໃຫ້​ປະກົດ​ຜົນ​ເປັນ​ຈິງ​ ​ແລະ ບັນລຸ​ໄດ້​ບັນດາ​ຈຸດໝາຍທີ່​ວາງ​ອອກ. ນອກ​ນັ້ນ ຄະນະ​ເລຂາ ອາ​ຊຽນ ຈະ​ຍູ້​ແຮງ​ການ​ປະຕິບັດ​ບັນດາ​ນະ​ໂຍບາຍ​ເພື່ອ​ສ້າງ 3 ​ເສົາ​ຄ້ຳ​ຄວາມ​ໝັ້ນຄົງ, ການ​ເມືອງ, ​ເສດຖະກິດ ​ແລະ ວັດທະນະທຳ - ສັງຄົມ, ບຸລິມະສິດ​ການ​ພັດທະນາ​ຮ່ວມ​ມື​ແຫ່ງ​ຊາດ ​ແລະ ພາກ​ພື້ນ.”

       

ຕອບກັບ

ຂ່າວ/ບົດ​ອື່ນ