ທ່ານ ສື່ຈີນພິງ ໄດ້ຮັບເລືອກຕັ້ງເປັນ ປະທານປະເທດຈີນ

ທ່ານ ສື່ຈີນພິງ ໄດ້ຮັບເລືອກຕັ້ງເປັນ ປະທານປະເທດຈີນ - ảnh 1ທ່ານ ສື່​ຈີນ​ພິງ ໄດ້​ຮັບ​ການ​ເລ​ືອກຕັ້ງ​ເປັນ​ປະທານ​ປະ​ເທດ​
(ພາບ: TTXVN)
(vovworld) -  ຕອນ​ເຊົ້າວັນ​ທີ 14/03, ທ່ານ​ເລຂາ​ທິການ​ໃຫຍ່ພັກ​ກອມ​ມູນິດ​ຈີນ ສື່​ຈີນ​ພິງ ​ໄດ້​ຮັບ​ການ​ເລ​ືອກຕັ້ງ​ເປັນ​ປະທານ​ປະ​ເທດ​ຈີນ, ທີ່​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 1 ສະພາ​ຜູ້​ແທນ​ປະຊາຊົນແຫ່ງ​ຊາດ​ຈີນ ຊຸດ​ທີ 12 ​ເຊິ່ງພວມ​ດຳ​ເນີນ​ໄປ​ຢູ່ ປັກ​ກິ​ງ. ທ່ານ ສື່​ຈີນ​ພິງກໍ​ໄດ້​ຮັບ​ການ​ເລື​ອກຕັ້ງ​ເປັນ​ປະທານ​ຄະ​ນະ​ກຳ​ມະ​ການ ການ​ທະຫານ​ສູນ​ກາງຂອງ​ປະ​ເທດ ສາທາລະນະ​ລັດ​ປະຊາຊົນ​ຈີນ (PRC).

 ແລະ​ກໍ​ໃນ​ວັນ​ດຽວ​ກັນ, ທີ່​ກອງ​ປະຊຸມ​ຄົບ​ຄະນະ​ສະພາຜູ້​ແທນ​ປະຊາຊົນແຫ່ງ​ຊາດ​ຈີນ​ຊຸດ​ທີ 12 ກໍ​ຮັບຮອງ​ເອົາ​ແຜນການ​ປະຕິ​ຮູບ​ໂຄງ​ປະກອບ​ລັດຖະບານ ​ເພື່ອ​ແນ​ໃສ່​ສະກັດ​ກັ້ນ​ສະພາບ​ການ​ອາດຍາ​ສິດ​ ​ແລະ ຍົກ​ສູງ​ປະສິດທິ​ຜົນ​ການ​ເຄື່ອນ​ໄຫວ​ຂອງ​ລັດຖະບານ. ຕາມ​ແຜນການ​ແລ້ວ, ຈຳນວນ​ກະຊວງ​ໃນ​ລັດຖະບານ​ຈະ​ຖືກ​ຫຼຸດ​ແຕ່ 27 ກະຊວງ​ລົງເຫຼືອ​ພຽງ 25 ກະຊວງ. ​ການ​ສ້າງໂຄງ​ປະກອບ​ລັດຖະບານຄືນ​ໃໝ່, ​ເປັນສ່ວນ​ໜຶ່ງ​ທີ່ສຳຄັນ​ໃນ​ແຜນການ​ຂອງ​ຈີນ ​ເພື່ອ​ແນ​​ໃສ່​ປະຕິ​ຮູບ​ລະບົບ​ການ​ບໍລິຫານຢ່າງ​ເລີກ​​ເຊິ່ງ, ​ແມ່ນ​ທິດກ້າວ​​ເດີນຕໍ່​ໄປຂອງ​ການ​ປະຕິ​ຮູບ​​ໂຄງ​ປະກອບ​ລັດຖະບານ 6 ຄັ້ງ ​ໃນ​ຮອບ 3 ທົດ​ສະ​ວັດ​ຜ່ານ​ມາ, ​ເພື່ອ​ແນ​ໃສ່​ສ້າງຄະນະ​ລັດຖະບານ​ເຄື່ອນ​ໄຫວ​ຢ່າງ​ມີ​ປະສິດທິ​ຜົນບົນ​ພື້ນຖານ​ກົດໝາຍດ້ວຍ​ການຈັດ​ແບ່ງ​ສິດ​ອຳນາດ​ຢ່າງ​ຈະ​ແຈ້ງ, ຈັດ​ແບ່ງ​ແຫຼ່​ງກຳລັງ​ຢ່າງ​ເໝາະ​ສົມ ​ແລະ ກຳນົດ​ໜ້າ​ທີ່​ຮັບຜິດຊອບ​ຢ່າງ​ຈະ​ແຈ້ງ.

ຂ່າວ/ບົດ​ອື່ນ