ທ່ານ Ibrahim Bouvacar Keita ໄດ້ກາຍເປັນການນຳຄົນໃໝ່ຂອງມາລີ
(ພາບ: RPM)
(vovworld) - ວັນທີ 15 ສິງຫາ, ລັດຖະບານມາລີ ໄດ້ປະກາດທ່ານ Ibrahim Bouvacar Keita ໄດ້ກາຍເປັນການນຳຄົນໃໝ່ຂອງປະເທດນີ້ ພາຍຫຼັງຍາດໄດ້ໄຊຊະນະຢ່າງຂາດຂັ້ນໃນການເລື້ອກຕັ້ງປະທານນາທິບໍດີ 2 ຄັ້ງ. ຕາມໝາກຜົນເປັນທາງການ, ທ່ານ Keita ຍາດໄດ້ 2,3 ລ້ານ ບັດເລືອກຕັ້ງ, ເທົ່າກັບ 77,61% ຈຳນວນບັດເລືອກຕັ້ງ. ພາຍຫຼັງຮັບດຳລົງຕຳແໜ່ງ, ທ່ານ Keita ໄດ້ຖະແຫຼງວ່າ ບຸລິມະສິດອັນດັບໜຶ່ງແມ່ນສ້າງສັນຕິພາບຍາວນານກັບທະຫານກະບົດແຍກຕົວ ຊາວ Tuareg ຢູ່ທາງພາກເໜືອມາລີ, ພ້ອມທັງລົບລ້າງໄພສໍ້ລາດບັງລວງ ແລະ ຟື້ນຟູພື້ນຖານເສດຖະກິດທີ່ອ່ອນດ້ອຍ. ກ່ອນໜ້ານັ້ນ, ໃນບັ້ນຫາງສຽງເລືອກຕັ້ງຂອງຕົນ, ທ່ານ Keita ໄດ້ໃຫ້ຄຳໝັ້ນສັນຍາໂຮມມາລີ ເປັນເອກະພາບ, ນຳມາເຊິ່ງສັນຕິພາບ ແລະ ຄວາມສະຫງົບປອດໄພ, ພ້ອມທັງເຊື່ອມຕໍ່ການເຈລະຈາລະຫວ່າງບັນດາກຳລັງຢູ່ພາຍໃນປະເທດຄືນໃໝ່. ນອກຈາກນັ້ນ, ທ່ານ Keita ຍັງຕ້ອງຮັບມືກັບໜ້າທີ່ຄວບຄຸມເລື່ອງນຳຊາວມາລີ 500.000 ຄົນທີ່ພວມລີ້ໄພສົງຄາມກັບຄືນເມື່ອປະເທດ.