ທ່ານ Le Hong Anh ກຳມະການ ກົມການເມືອງ ພົບປະກັບຜູ້ມີສິດ ເລືອກຕັ້ງຢູ່ນະຄອນ ເກີນເທີ

ທ່ານ Le Hong Anh ກຳມະການ ກົມການເມືອງ ພົບປະກັບຜູ້ມີສິດ ເລືອກຕັ້ງຢູ່ນະຄອນ ເກີນເທີ - ảnh 1
ທ່ານ Le Hong Anh ກຳມະການ​ກົມ​ການ​ເມືອງ
ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງຢູ່​ເມືອງວິ້ງ​ແທ້ງ
( ພາບ: cand.com.vn )


( vovworld ) –   ວັນ​ທີ 2/5, ກຳມະການ​ກົມ​ການ​ເມືອງ, ຜູ້​ປະຈຳການ​ຄະນະ​ເລຂາທ່ານ Le Hong Anh ພ້ອມ​ກັບ​ເລຂາ​ຄະນະ​ພັກນະຄອນເກີນ​ເທີ Tran Thanh Man, ຫົວໜ້າ​ຄະນະ​ສສຊ ​ແລະ ບັນດາສະມາ​ຊິກ​ໃນ​ຄະນະ​ສສຊ ຊຸດ​ທີ 13 ນະຄອນ​ເກີນ​ເທີ ​ໄດ້​ມີ​ການພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງຢູ່​​ເມືອງວິ້ງ​ແທ້ງ ​ແລະ ​ເມືອງ​ໂທດ​ນົດ. ພາຍຫຼັງ​ຮັບ​ຟັງ​ຄຳ​ເຫັນ​ປະກອບ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ, ທ່ານ Le Hong Anh ​ໄດ້​ສະ​ເໜີ​ໃຫ້ຜູ້​ມີ​ສິດ​ເລືອກ​ຕັ້ງ​ແບ່ງປັນ​ກັບ​ພັກ, ລັດ​ ເພື່ອ​ພ​້ອມກັນ​ປະຕິບັດ​ບັນດາ​ແຜນ​ນະ​ໂຍບາຍ​ເປັນ​ຢ່າງ​ດີ, ຜ່ານ​ຜ່າ​ການ​ກະທົບ​ບໍ່​ດີ. ທ່ານ Le Hong Anh ຫວັງ​ວ່າ ຜູ້​ມີ​ສິດ​ເລືອກ​ຕັ້ງຈະ​ປະກອບ​ຄຳ​ເຫັນ​ຢ່າງ​ກົງ​ໄປ​ກົງ​ມາ, ​ຄວາມຮັບ​ຜິດ​ຊອບໜ້າ​ທີ​ຜົນລະ​ເມືອງ​ຂອງ​ຕົນ​ໃນ​ທຸກ​ຂົງ​ເຂດ, ພິ​ເສດ​​ແມ່ນ​ການ​ພັດທະນາ​ເສດຖະກິ​ດ, ​ເບິ່ງ​ແຍງ​ສຸ​ຂະ​ພາບ, ການ​ສຶກສາ, ຮັກສາ​ຄວາມ​ສະຫງົບ​ປອດ​ໄພ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ ​ເພື່ອ​ພ້ອມ​ກັນ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ. ຄຽງຂ້າງ​ນັ້ນ, ທ່ານ Le Hong Anh ກໍ​ສະ​ເໜີ​​ໃຫ້​ຄະນະ​ພັກ, ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ​ທຸກ​ຂັ້ນ​ເອົາ​ໃຈ​ໃສ່​ຮັບ​ຟັງ​ຄວາມ​ເຫັນ, ຄວາມ​ມຸ່ງ​ຫວັງ, ຂໍ້​ສະ​ເໜີ​ຂອງຜູ້​ມີ​ສິດ​ເລືອກ​ຕັ້ງ​ເປັນ​ປະຈຳ, ພິຈາລະນາ​ແກ້​​ໄຂຢ່າງ​ຖືກຕ້ອງ​ຕາມ​ກົດໝາຍ ພ້ອມ​ທັງ​ສ້າງ​ເງື່ອນ​ໄຂ​ສະດວກ​ເພື່ອ​ໃຫ້​ປະຊາຊົນ​ປະຕິບັດ​ບົດບາດ​ໜ້າ​ທີ​ຕິດຕາມ​ກວດກາ​ໃຫ້​ດີ, ປະກອບສ່ວນ​ພ້ອມກັນ​ກໍ່ສ້າງ​ລະ​ບົບການ​ເມືອງ​ໃນ​ທ້ອງ​ຖິ່ນ​ໃຫ້​ນັບ​ມື້​ນັບ​ໝັ້ນຄົງ​ເຂັ້ມ​ແຂງ.



ຂ່າວ/ບົດ​ອື່ນ