ທ່ານ​ Nguyen Tan Dung ​ເຂົ້າຮ່ວມ​ກອງ​ປະຊຸມ ​ກະສິກຳ​ທົ່ວ​ໂລກ​ຄັ້ງທີ 2

ທ່ານ​ Nguyen Tan Dung ​ເຂົ້າຮ່ວມ​ກອງ​ປະຊຸມ ​ກະສິກຳ​ທົ່ວ​ໂລກ​ຄັ້ງທີ 2 - ảnh 1

 (ພາບ:baodienbienphu.info.vn)

( vovworld ) – ກອງ​ປະຊຸມ​ທົ່ວ​ໂລກ​ກ່ຽວ​ກັບ​ກະສິກຳ, ຄຳປະກັນ​ດ້ານສະບຽງ​ອາຫານ ​ແລະ ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ໂດຍ​ຫວຽດນາມ ​ເປັນ​ເຈົ້າພາບ​ໄດ້​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າວັນ​ທີ 6/9 ຢູ່​ຮ່າ​ໂນ້ຍ. ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະຊຸມ, ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ຢືນຢັນ​ວ່າ: ​ໃນ​ຫຼາ​ຍປີຜ່ານມາ, ກະສິກຳ​ຫວຽດນາມ​ ບັນລຸ​ໄດ້ຜົນ​ງານ​ໃຫ່ຍຫຼາຍ​ຢ່າງ​ຍ້ອນ​ຄວາມ​ມານະ​ພະຍາຍາມ​ພັດທະນາ​ກະສິກຳ​ຮອບດ້ານ ​ແລະ ການ​ຮັບ​ມື​ກັບການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ການ​ປ້ອງ​ກັນ, ຕ້ານ ​ແລະ ຫລຸດຜ່ອນ​ໄພ​ທຳ​ມະ​ຊາດ, ພົ້ນ​ເດັ່ນ​ແມ່ນ​ການ​ຜະລິດ​ກະສິກຳ, ສິນ​ໃນ​ນ້ຳ, ຕົ້ນ​ໄມ້​ອຸ​ດສາ​ຫະກຳ. ​ໂດຍ​ໄດ້​ປະຕິບັດ​ຍຸດ​ທະ​ສາດ​ແຫ່ງ​ການ​ພັດທະນາ​ເສດຖະກິດ​ສັງຄົມ​ໄລຍະ 10 ປີ​ຄື​ແຕ່​ປີ 2011-2020, ຫວຽດນາມ ສືບ​ຕໍ່​ຍູ້​ແຮງ​ການ​ຫັນ​ປະ​ເທດ​ຊາດ​ເປັນ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ ​ແລະ ພັດທະນາ​ຢ່າງ​ໄວວາ, ໝັ້ນຄົງ. ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ຢືນຢັນ​ວ່າ:

  “ຂ້າພະ​ເຈົ້າຕີ​ລາຄາ​ສູງ​ກອງ​ປະຊຸມ​ທົ່ວ​ໂລກ​ຄັ້ງທີ 2 ກ່ຽວ​ກັບ​ກະສິກຳ, ຄ້ຳປະກັນດ້ານ​ສະບຽງ​ອາຫານ ​ແລະ ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ ທີ່​ໄດ້​ເລືອກ​ຫົວ​ຂໍ້​ທີ່​ວ່າ: ຄວາມ​ມຸ້ງ​ຫວັງ​ທຳ​ການ​ເຄື່ອນ​ໄຫວ. ກອງ​ປະ​ຊມສຸມ​ໃສ່ປຶກສາ​ຫາລື​ຫຼາຍ​ບັນຫາ​ອັນ​ແທດ​ຈິງ, ກຳນົດ​ຍຸດ​ທະ​ສາດ​ທີ່​ເໝາະ​ສົມ, ມີ​ປະສິດທິ​ຜົນ​ເພື່ອ​ພັດທະນາ​ກະສິກຳ​ຕິດ​ພັນ​ກັບ​ສິ່ງ​ແວດ​ລ້ອມ, ຊຸກຍູ້​ການພັດທະນາ​​ແບ​ບຍືນ​ຍົງ ​ແລະ ການ​ເຕີບ​ໂຕ​ຂຽວ……..“.

 

 

ຂ່າວ/ບົດ​ອື່ນ