(vovworld) - ຕາມໝາກຜົນຂອງການນັບບັດໃນເບື້ອງຕົ້ນ, ຕອນເຊົ້າວັນທີ 7/11 (ຕາມເວລາຫວຽດນາມ), ທ່ານປະທານາທິບໍດີ Barack Obama, ຍາດໄດ້ໄຊຊະນະໃນການເລືອກຕັ້ງ. ສະນັ້ນ, ທ່ານ Obama ຈະສືບຕໍ່ດຳລົງຕຳແໜ່ງເປັນປະທານາທິບໍດີ ແລະ ຜູ້ບັນຊາການໃຫຍ່ຂອງອາເມລິກາ ໃນອາຍຸການແຕ່ 2013 – 2016. ໄລມາຮອດຈຸດເວລານີ້, ທ່ານ Obama ຍາດໄດ້ 303 ບັດຂອງຜູ້ຕາງໜ້າບັນດາຜູ້ມີສິດເລືອກຕັ້ງ, ໃນຂະນະນັ້ນ, ທ່ານ Mitt Romney ຍາດໄດ້ພຽງ 206 ບັດເທົ່ານັ້ນ. ສະນັ້ນ, ທ່ານ Obama ແມ່ນຜູ້ທີ 2 ຂອງພັກປະຊາທິປະໄຕດຳລົງຕຳແໜ່ງເປັນປະທານາທິບໍດີໃນ 2 ອາຍຸການຢ່າງລຽນຕິດ. ພາຍຫຼັງໝາກຜົນການເລືອກຕັ້ງໄດ້ປະກາດ, ທ່ານອະດີດຜູ້ວ່າການລັດ Mitt Romney ໄດ້ຍອມຮັບການປະລາໄຊ. ທ່ານ Romney ໄດ້ເນັ້ນໜັກວ່າ ເຖິງເວລາແລ້ວທີ່ປະຊາຊົນອາເມລິກາ, ບໍ່ຄວນແບ່ງແຍກພັກຝ່າຍ, ຕ້ອງຮ່ວມມືນຳກັນເພື່ອສ້າງອະນາຄົດທີ່ດີງາມໃຫ້ປະເທດຊາດ.
ເມື່ອໄດ້ຮັບຂ່າວ, ທ່ານປະທານາທິບໍດີ Obama ໄດ້ຮັບໄຊຊະນະໃນການເລືອກຕັ້ງ. ທ່ານາຍົກລັດຖະມົນຕີ ອັງກິດ David Cameron ໄດ້ຟາກຄຳອວຍພອນເຖິງທ່ານປະທານາທິບໍດີ Obama ແລະ ສະແດງຄວາມຫວັງສືບຕໍ່ຮ່ວມມືດ້ວຍຖານະເປັນປະທານາທິບໍດີຄົນທີ 44 ຂອງອາເມລິກາ. ທ່ານປະທານສະຫະພາບເອີລົບ Herman Van Rompy ໄດ້ສະແດງຄວາມພູມໃຈຕໍ່ໜ້າເລື່ອງທ່ານປະທານນາທິບໍດີ Obama ຜູ້ທີ່ໄດ້ດຳລົງຕຳແໜ່ງປະທານາທິບໍດີອາເມລິກາ ຕື່ມອີກສະໄໝ. ທ່ານນາຍົກລັດຖະມົນຕີ Luxemburg Jean Claude Juncker ໄດ້ຖືວ່າ ເອີລົບຈະຮ່ວມມືກັບທ່ານປະທານນາທິບໍດີ Obama ຜູ້ທີ່ໄດ້ຮັບດຳລົງຕຳແໜ່ງປະທານາທິບໍດີຄືນໃໝ່ ຂອງອາເມລິກາຢ່າງສະດວກສະບາຍ, ທ່ານຊີ້ແຈ້ງວ່າ ອາເມລິກາ ແລະ ເອີລົບ ຄວນເພີ່ມທະວີໃນການຮັບມືກັບບັນດາສິ່ງທ້າທາຍລວມຂອງພື້ນຖານເສດຖະກິດຢ່າງແໜ່ນແຟ້ນກວ່າ.
ທ່ານປະທານນາທິບໍດີ Obama ຈະດຳລົງຕຳແໜ່ງປະທານາທິບໍດີອາຍຸການທີ 2 ໃນວັນທີ 20/1/2013 ຈະມາເຖິງ.