ນັກຊ່ຽວຊານສາກົນຕີລາຄາກ່ຽວກັບຈຸດເດັ່ນເສດຖະກິດ ຫວຽດນາມ

(VOVWORLD) - ນັກຊ່ຽວຊານ Sri Jegarajah ໃຫ້ຮູ້ວ່າ: ຫວຽດນາມ ພວມມີລະດັບເຕີບໂຕ 6,9% ໃນໄຕມາດທີ III ປີ 2018 “ໂດຍບໍ່ຫົວຊາຕໍ່ຄວາມເຄັ່ງຕຶງຢູ່ບັນດາຕະຫຼາດທີ່ຫາກໍ່ພົ້ນເດັ່ນໃນຂະນະທີ່ບັນດາຄູ່ແຂ່ງໃນພາກພື້ນຍັງປະສົບກັບຄວາມຫຍຸ້ງຍາກຕໍ່ກັບບັນດາຄວາມສ່ຽງຍ້ອນສົງຄາມການຄ້າ ແລະ ສະກຸນເງິນ USD ນັບມື້ນັບແຮງກ່ວາ.”

ບັນດານັກຊ່ຽວຊານເສດຖະກິດສາກົນ ໃຫ້ຂໍ້ສັງເກດກ່ຽວກັບພື້ນຖານເສດຖະກິດ ຫວຽດນາມ ຍັງຄົງກ້າວໄປທາງໜ້າໃນຂະນະທີ່ບາງພື້ນຖານເສດຖະກິດ ອາຊີ ພວມປະສົບກັບຄວາມຫຍຸ້ງຍາກ.

        ນັກຊ່ຽວຊານ Sri Jegarajah ໃຫ້ຮູ້ວ່າ: ຫວຽດນາມ ພວມມີລະດັບເຕີບໂຕ 6,9% ໃນໄຕມາດທີ III ປີ 2018 “ໂດຍບໍ່ຫົວຊາຕໍ່ຄວາມເຄັ່ງຕຶງຢູ່ບັນດາຕະຫຼາດທີ່ຫາກໍ່ພົ້ນເດັ່ນໃນຂະນະທີ່ບັນດາຄູ່ແຂ່ງໃນພາກພື້ນຍັງປະສົບກັບຄວາມຫຍຸ້ງຍາກຕໍ່ກັບບັນດາຄວາມສ່ຽງຍ້ອນສົງຄາມການຄ້າ ແລະ ສະກຸນເງິນ USD ນັບມື້ນັບແຮງກ່ວາ.”

        ເມື່ອໄຈ້ແຍກບັນດາປັດໄຈ, ທ່ານ Jegarajah ຖືວ່າ: ປະຈຸບັນ, ຢູ່ ຫວຽດນາມ ພວມມີທ່າອ່ຽງພັດທະນາຂະແໜງການຜະລິດປຸງແຕ່ງ: ມີຫຼາຍບໍລິສັດເຂົ້າມາລົງທຶນຢູ່ ຫວຽດນາມ ເພື່ອໝູນໃຊ້ທ່າໄດ້ປຽບກ່ຽວກັບການຜະລິດດ້ວຍລາຄາຖືກ. ໃນບັນດາບ້ວງເງິນລົງທຶນຈາກຕ່າງປະເທດເພີ່ມຂຶ້ນສູງ ແລະ ລະດັບວິຊາຊີບໄດ້ເພີ່ມທະວີຢ່າງກ້ວາງຂວາງ, ຂະແໜງອຸດສາຫະກຳຂອງ ຫວຽດນາມ ໄດ້ມຸ່ງໄປເຖິງການເຂົ້າຮ່ວມລະບົບມູນຄ່າທົ່ວໂລກ.

        ສ່ວນນັກຊ່ຽວຊານໄຈ້ແຍກ Eoin Treacy, ສັງກັດບໍລິສັດການບໍລິການກ່ຽວກັບຍຸດທະສາດລົງທຶນທົ່ວໂລກ Fuller Treacy Money ໃຫ້ຮູ້ວ່າ: “ຫວຽດນາມ ໄດ້ຮັບຜົນປະໂຫຍດຍ້ອນໄດ້ຮັບການສະໜັບສະໜູນຈາກອຳນາດການປົກຄອງ ແລະ ກໍ່ປາດຖະໜາຢາກບັນລຸຄວາມກ້າວໜ້າ, ຈາກຕະຫຼາດປະຈັນບານກາຍເປັນຈຸດນັດພົບລົງທຶນທີ່ມີຄວາມດຶງດູດກ່ວາ.”

ຕອບກັບ

ຂ່າວ/ບົດ​ອື່ນ