ນັກ​ຊ່ຽວ​ຊານ ຈີນ: ແງ່​ຫວັງ​ການ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ - ຈີນ ສົດ​ໃສ​ທີ່​ສຸດ

(VOVWORLD) - ເລື່ອງ ຫວຽດນາມ ແລະ ຈີນ ສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ໄດ້ຊີ້ໃຫ້ເຫັນຄວາມເຊື່ອໝັ້ນດ້ານການເມືອງລະຫວ່າງສອງຝ່າຍ ໄດ້ຮັບການເພີ່ມທະວີ ແລະ ສິ່ງດັ່ງກ່າວກໍໄດ້ສະແດງຜ່ານການຢ້ຽມຢາມຕ່າງໆ ແລະ ການພົບປະຜູ້ແທນຂັ້ນສູງທີ່ຈັດຂຶ້ນເປັນປະຈຳລະຫວ່າງການນຳສອງປະເທດ. 
ນັກ​ຊ່ຽວ​ຊານ ຈີນ: ແງ່​ຫວັງ​ການ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ - ຈີນ ສົດ​ໃສ​ທີ່​ສຸດ - ảnh 1ທ່ານສາດສະດາຈານ ໝີແຫຼງ, ຜູ້ອຳນວຍການສູນຄົ້ນຄວ້າ ອາຊີຕາເວັນອອກສ່ຽງໃຕ້ (ພາບ: VOV)

ພາຍຫຼັງການສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານມາໄດ້ 15 ປີ (2008 – 2023), ຫວຽດນາມ ແລະ ຈີນ ບັນລຸໄດ້ຜົນງານຮ່ວມມືໃນຫຼາຍຂົງເຂດ. ແງ່ຫວັງການພົວພັນລະຫວ່າງສອງປະເທດແມ່ນສົດໃສທີ່ສຸດ. ສິ່ງດັ່ງກ່າວໂດຍທ່ານສາດສະດາຈານ ໝີແຫຼງ, ຜູ້ອຳນວຍການສູນຄົ້ນຄວ້າ ອາຊີຕາເວັນອອກສ່ຽງໃຕ້, ຫົວໜ້າສະຖາບັນກົດໝາຍຂອງມະຫາວິທະຍາໄລພາສາຕ່າງປະເທດ ປັກກິ່ງ, ໄດ້ເນັ້ນໜັກຄືດັ່ງກ່າວ ໃນການຕອບສຳພາດຕໍ່ນັກຂ່າວ VOV. ຕາມທ່ານສາດສະດາຈານ ໝີແຫຼງ ແລ້ວ, ເລື່ອງ ຫວຽດນາມ ແລະ ຈີນ ສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ໄດ້ຊີ້ໃຫ້ເຫັນຄວາມເຊື່ອໝັ້ນດ້ານການເມືອງລະຫວ່າງສອງຝ່າຍ ໄດ້ຮັບການເພີ່ມທະວີ ແລະ ສິ່ງດັ່ງກ່າວກໍໄດ້ສະແດງຜ່ານການຢ້ຽມຢາມຕ່າງໆ ແລະ ການພົບປະຜູ້ແທນຂັ້ນສູງທີ່ຈັດຂຶ້ນເປັນປະຈຳລະຫວ່າງການນຳສອງປະເທດ. ໄປຄຽງຄູ່ກັນນັ້ນ, ການຮ່ວມມືດ້ານເສດຖະກິດ, ການຄ້າລະຫວ່າງສອງຝ່າຍກໍພັດທະນາຢ່າງວ່ອງໄວ. ທ່ານສາດສະດາຈານ ໝີແຫຼງ ຖືວ່າ:       

        “ຂ້າພະເຈົ້າຖືວ່າ ແງ່ຫວັງການຮ່ວມມືລະຫວ່າງ ຈີນ ແລະ ຫວຽດນາມ ແມ່ນສົດໃຈທີ່ສຸດ. ຫວຽດນາມ ດຳເນີນການປ່ຽນແປງໃໝ່ເປີດປະຕູ, ໃນຂະນະນັ້ນ ຈີນ ກໍໄດ້ປະຕິຮູບການເປີດປະຕູ.  ພື້ນຖານເສດຖະກິດຂອງທັງສອງປະເທດ ໄດ້ກ້າວຂຶ້ນສູ່ລະດັບສູງໃໝ່. ໃນອະນາຄົດ, ຈີນ ແລະ ຫວຽດນາມ ຈະມີແງ່ຫວັງຮ່ວມມືທີ່ກວ້າງໃຫຍ່ກວ່າໃນຫຼາຍຂົງເຂດ”.

ບິກທ້ວນ, ຕວັນດາດ - ນັກຂ່າວ VOV ປະຈຳ ປັກກິ່ງ

ຕອບກັບ

ຂ່າວ/ບົດ​ອື່ນ