ນັກສຶກສານັກຄົ້ນຄ້ວາຫວຽດນາມຢູ່ຍີ່ປຸ່ນເຂົ້າຮ່ວມການເສັງບັນລະຍາຍດ້ວຍພາສາຍີ່ປຸ່ນ

ນັກສຶກສານັກຄົ້ນຄ້ວາຫວຽດນາມຢູ່ຍີ່ປຸ່ນເຂົ້າຮ່ວມການເສັງບັນລະຍາຍດ້ວຍພາສາຍີ່ປຸ່ນ - ảnh 1
(ພາບປະກອບ)

(vovworld)-ດ້ວຍ​ຫົວ​ຂໍ້ “ປະ​ສົບ​ການ​ຂອງ​ຂ້າ​ພະ​ເຈົ້າ​ຢູ່ ຍີ່​ປຸ່ນ”, ນັກ​ຄົ້ນ​ຄ້​ວາ ຫງວຽນ​ທິ​ງອກ​ງ່າ ​ແມ່ນ​ຜູ້​ເຝິກ​ງານ​ຢູ່​ບໍ​ລິ​ສັດ​ຫຸ້ນ​ສ່ວນ Tamasu ຍາດ​ໄດ້​ຄະ​ແນນ​ສູງ​ສຸດ ​ຖືກ​ຈັດອັນ​ດັບ​ຫນຶ່ງ​ໃນ​ການ​ເສັງ​ບັນ​ລະ​ຍາຍ​ດ້ວຍ​ພາ​ສາ​ ຍີ່​ປຸ່ນ ຄັ້ງ​ທີ 6 ທີ່​ສະ​ຫງວນ​ໃຫ້​ແກ່​ນັກ​ສຶກ​ສາ​ນັກ​ຄົ້ນ​ຄ້​ວາ ຫວຽດ​ນາມ ຢູ່ ເຂດ Kanto ຂອງ​ຍີ່​ປຸ່ນ. ການ​ເສັງ​ບັນ​ລະ​ຍາຍ​ດ້ວຍ​ພາ​ສາ​ຍີ່​ປຸ່ນ ຄັ້ງ​ທີ 6 ດຳ​ເນີນ​ໃນ​ວັນ​ທີ 25/7 ໄດ້​ສ້າງ​ຄວາມ​ແປກ​ປະ​ຫລາດ​ຫລາຍ​ຢ່າງໃຫ້ຜູ້​ເຂົ້າ​ຮ່ວມ​ການ​ເສັງ​ກ່ຽວ​ກັບ​ລະ​ດັບ​ດ້ານ​ພາ​ສາ ຍີ່​ປຸ່ນ. ການ​ເສັງ ດັ່ງ​ກ່າວ​ໂດຍ​ສະ​ມາ​ພັນ​ອຸດ​ສາ​ຫະ​ກຳ​​ສື່ສານ​ເຂດ Kanto ຈັດ​ຕັ້ງ​ຂຶ້ນ ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ ນັກ​ສຶກ​ສາ​ນັກ​ຄົ້ນ​ຄ້​ວາ 100 ກວ່າຄົນ​ທີ່​ມາ​ຈາກ ​ບັນ​ດາບໍ​ລິ​ສັດ​ຂອງ​ຍີ່​ປຸ່ນ ຢູ່​ເຂດ Kanto.

ຂ່າວ/ບົດ​ອື່ນ