ນັບແຕ່ນີ້ຮອດທ້າຍປີ, ຕ້ອງປ່ອຍເງິນລົງທຶນສາທາລະນະກວ່າ 30 ຕື້ USD

(VOVWORLD) - ນັບແຕ່ນີ້ຮອດທ້າຍປີ, ຈຳນວນທຶນທີ່ຕ້ອງການປ່ອຍເງິນແມ່ນປະມານກວ່າ 30 ຕື້ USD.
ນັບແຕ່ນີ້ຮອດທ້າຍປີ, ຕ້ອງປ່ອຍເງິນລົງທຶນສາທາລະນະກວ່າ 30 ຕື້ USD - ảnh 1(ທ່ານຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ເຈິ່ນກວກເຟືອງ)

        ທີ່ກອງປະຊຸມຖະແຫງຂ່າວນັດສາມັນປະຈຳເດືອນ ມິຖຸນາ ຂອງລັດຖະບານ ຫວຽດນາມ, ເຊິ່ງຈັດຂຶ້ນໃນວັນທີ 04 ກໍລະກົດ, ຢູ່ ຮ່າໂນ້ຍ,. ການນຳກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ໃຫ້ຮູ້ວ່າ: ໃນໄລຍະ 6 ເດືອນຕົ້ນປີໄດ້ປ່ອຍເງິນລົງທຶນສາທາລະນະບັນລຸເກືອບ 9,2 ຕື້ USD ແລ້ວ. ນັບແຕ່ນີ້ຮອດທ້າຍປີ, ຈຳນວນທຶນທີ່ຕ້ອງການປ່ອຍເງິນແມ່ນປະມານກວ່າ 30 ຕື້ USD.

        ຕາມທ່ານຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ເຈິ່ນກວກເຟືອງ ແລ້ວ, ປະຈຸບັນ, ແຜນການເງິນລົງທຶນສາທາລະນະປີ 2023 ມີຈຳນວນຫຼາຍພໍສົນຄວນໃຫຍ່ຫຼວງ, ລວມທັງທຶນແຜນການປີ 2023 ແລະ ເພີ່ມເຕີ່ມຈາກໂຄງການຟື້ນຟູ ແລະ ພັດທະນາເສດຖະກິດ ຕາມມະຕິເລກທີ 43 ຂອງສະພາແຫ່ງຊາດ. ນີ້ແມ່ນໜ້າທີ່ໜັກໜ່ວງໃນ 6 ເດືອນທ້າຍປີ, ຮຽກຮ້ອງໃຫ້ທຸກຂັ້ນ, ທຸກຂະແໜງການຕ້ອງມານະພະຍາຍາມກວ່າອີກ, ເພື່ອຕອບສະໜອງເປົ້າໝາຍປ່ອຍເງິນລົງທຶນໃຫ້ໄດ້ຕ່ຳສຸດ 95% ໃນຈຳນວນແຜນການທັງໝົດເຊິ່ງນາຍົກລັດຖະມົນຕີໄດ້ມອບມາຍໃຫ້. ທ່ານຮອງລັດຖະມົນຕີ ເຈິ່ນກວກເຟືອງ, ເນັ້ນໜັກວ່າ:

        “ໝາກຜົນການປ່ອຍເງິນໃນຊຸມປີມໍ່ໆມານີ້ບັນລຸໂດຍພື້ນຖານກວ່າ 90%. ນັ້ນແມ່ນພື້ນຖານເພື່ອມີຄວາມເຊື່ອໝັ້ນວ່າ ແຕ່ນີ້ຮອດທ້າຍປີບັນລຸເປົ້າໝາຍເຊິ່ງນາຍົກລັດຖະມົນຕີໄດ້ວາງອອກ. ພ້ອມທັງ, ພາຍໃຕ້ການກະຕຸກຊຸກຍູ້ຂອງນາຍົກລັດຖະມົນຕີ, ຫຼາຍໂຄງການໃຫຍ່, ໂຄງການຈຸດສຸມກ່ຽວກັບຄົມມະນາຄົມໄດ້ເລີ່ມລົງມືກໍ່ສ້າງ. ນີ້ແມ່ນສັນຍານທີ່ດີ. ເມື່ອເລີ່ມລົງມືກໍ່ສ້າງໂຄງການໜຶ່ງ, ການປ່ອຍເງິນລົງທຶນໄລຍະທຳອິດຂອງໂຄງການແມ່ນສຸມໃສ່ການບຸກເບີກພື້ນທີ່”.

ຕອບກັບ

ຂ່າວ/ບົດ​ອື່ນ