ນະຄອນໂຮ່ຈີມິນສົ່ງເສີມດ້ານການຄ້າຢູ່Torinoປະເທດອີຕາລີ

ນະຄອນໂຮ່ຈີມິນສົ່ງເສີມດ້ານການຄ້າຢູ່Torinoປະເທດອີຕາລີ - ảnh 1
ກອງ​ປະຊຸມ​ສຳ​ມະ​ນາ “ສົ່ງ​ເສີມ​ດ້ານ​ການ​ຄ້າ
​ແລະ ການ​ລົງທຶນ​ເຂົ້າ​ນະຄອນ ​ໂຮ່ຈີ​ມິນ”
(ພາບ: vietnam+)

(vovworld) – ​ວັນ​ທີ 9/9, ໃນ​ຂອບ​ເຂດ​ການ​ຢ້ຽ​ມຢາມ ອີ​ຕາ​ລີ ຂອງ​ຄະນະ​ຜູ້​ແທນ​ນະຄອນ ​ໂຮ່ຈີ​ມິນ, ສະຖານທູດ ຫວຽດນາມ ປະຈຳ ອີ​ຕາ​ລີ ສົມທົບ​ກັບ​ອຳ​ນາດ​ການ​ປົກຄອງນະຄອນ Torino ປະ​ເທດ ອີ​ຕາ​ລີ ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ “ສົ່ງ​ເສີມ​ດ້ານ​ການ​ຄ້າ ​ແລະ ການ​ລົງທຶນ​ເຂົ້າ​ນະຄອນ ​ໂຮ່ຈີ​ມິນ”.

        ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ທ່ານ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ ​ໂຮ່ຈີ​ມິນ ​ເລ​ຮ່ວາງ​ກວນ ​​ແນະນຳ​ແງ່​ຫວັງ​ການ​ພັດທະນາ​ເສດຖະກິດ ​ແລະ ຄວາມ​ສາມາດ​ບົ່ມ​ຊ້ອນ​ການ​ລົງທຶນ​ຂອງ​ບັນດາ​ວິ​ສາ​ຫະກິດ​ຕ່າງປະ​ເທດ​ຢູ່​ນະຄອນ, ຊຶ່ງ​ແມ່ນ​ສູນ​ກາງ​ເສດຖະກິດອັນ​ໃຫຍ່​ຫລວງ ​ແລະ ​ແມ່ນ​ໜຶ່ງ​ໃນ 5 ນະຄອນຂຶ້ນ​ກັບ​ສູນ​ກາງຂອງ ຫວຽດນາມ. ທ່ານ ​ເລ​ຮ່ວາງ​ກວນ ສະ​ເໜີ​ບັນດາ​ວິ​ສາ​ຫະກິດ Torino ​ແລະ ອີ​ຕາ​ລີ ຍູ້​ແຮງ​ການ​ລົງທຶນ​ເຂົ້າ​ບັນດາ​ຂົງ​ເຂດ​ທີ່ໄດ້​ຮັບ​​ບຸລິມະສິດ​ຂອງ​ນະຄອນ ​ໂຮ່ຈີ​ມິນ ຄື: ກະສິກຳ​ເຕັກ​ໂນ​ໂລ​ຢີສູງ; ອຸດສາຫະກຳ​ໜູນ​ຊ່ວຍ; ການລົງທຶນກໍ່ສ້າງພື້ນຖານ​ໂຄງ​ລ່າງ, ພັດທະນາ​ຕົວ​ເມືອງ; ການ​ເງິນ, ທະນາຄານ.

ຂ່າວ/ບົດ​ອື່ນ