ນະຄອນໂຮ່ຈີມິນ ຈັດບັນດາລາຍການ “ໂຮມປະເທດຊາດເປັນໜຶ່ງດຽວ”

(VOVWORLD) -ວັນທີ 26 ເມສາ ຈະຈັດງານວາງສະແດງພາບຖ່າຍດ້ວຍຫົວຂໍ້ “ຄວາມເອງອ້າງທະນົງໃຈເສັ້ນຊາຍແດນ”.
ນະຄອນໂຮ່ຈີມິນ ຈັດບັນດາລາຍການ “ໂຮມປະເທດຊາດເປັນໜຶ່ງດຽວ” - ảnh 1ນະຄອນໂຮ່ຈີມິນ
(ພາບປະກອບ: TTXVN)

ເນື່ອງໃນໂອກາດສະເຫຼີມສະຫຼອງ 46 ປີແຫ່ງວັນປົດປ່ອຍພາກໃຕ້, ໂຮມປະເທດຊາດເປັນເອກະພາບ (ວັນທີ 30 ເມສາ 1975 – 30 ເມສາ 2021) ແລະ 135 ປີແຫ່ງວັນແຮງງານສາກົນ (01 ພຶດສະພາ 1886 - 01 ພຶດສະພາ 2021), ນະຄອນໂຮ່ຈີມິນ ຈະຈັດບັນດາລາຍການດ້ວຍຫົວຂໍ້ວ່າ “ໂຮມປະເທດຊາດເປັນໜຶ່ງດຽວ” ດ້ວຍບັນດາການເຄື່ອນໄຫວວັດທະນະທຳ, ສິລະປະທີ່ຟົດຟື້ນ, ຫຼາຍຮູບຫຼາຍແບບ. ເປີດສາກບັນດາລາຍການ, ວັນທີ 26 ເມສາ ຈະຈັດງານວາງສະແດງພາບຖ່າຍດ້ວຍຫົວຂໍ້ “ຄວາມເອງອ້າງທະນົງໃຈເສັ້ນຊາຍແດນ”. ວັນທີ 28 ເມສາ, ມີບັນດາການພົບປະກັບຕົວພະຍານປະຫວັດສາດທີ່ເຂົ້າຮ່ວມບັ້ນຮົບ ໂຮ່ຈີມິນ; ມອບ, ປະດັບຫຼຽນໄຊກຳລັງປະກອບອາວຸດປະຊາຊົນໄລຍະຕໍ່ສູ້; ພິທີປະກາດຂໍ້ຕົກລົງຂອງນາຍົກລັດຖະມົນຕີ ກ່ຽວກັບເລື່ອງຮັບຮອງເອົາເມືອງ ເກິ່ນເຢີ່ ບັນລຸມາດຕະຖານຊົນນະບົດໃໝ່ ແລະ ຮັບຮອງເອົາຕາແສງ ແທ້ງອານ ແມ່ນຕາແສງເກາະຂຶ້ນກັບນະຄອນ ໂຮ່ຈີມິນ. ຄຽງຂ້າງນັ້ນ, ທາງນະຄອນໂຮ່ຈິມິນ ກໍ່ໄດ້ຈັດການຍິງບັ້ງໄຟດອກຢູ່ສະຖານທີ 4 ແຫ່ງເນື່ອງໃນໂອກາດວັນບຸນ 30 ເມສາ ແລະ 01 ພຶດສະພາ. ມີບັນດາການເຄື່ອນໄຫວສະແດງສິລະປະໃນບໍລິເວນນະຄອນກໍ່ຖືກດຳເນີນໄປໃນໂອກາດນີ້.

ຕອບກັບ

ຂ່າວ/ບົດ​ອື່ນ