ນະຄອນ ໂຮ່ຈີມິນ ຊຸກຍູ້ການຮ່ວມມືກັບຄູ່ຮ່ວມມື ໂຮນລັງ

(VOVWORLD) -ປະຈຸບັນ ໂຮນລັງ ແມ່ນຄູ່ຄ້າລາຍໃຫຍ່ຂອງນະຄອນ ໂຮ່ຈີມິນ ດ້ວຍ 161 ໂຄງການລວມຍອດເງິນລົງທຶນເກືອບ 5 ຕື້ USD.
ນະຄອນ ໂຮ່ຈີມິນ ຊຸກຍູ້ການຮ່ວມມືກັບຄູ່ຮ່ວມມື ໂຮນລັງ - ảnh 1ທ່ານ ຫວໍວັນຮວານ, ຮອງປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ຕ້ອນຮັບທ່ານນາງ Hanneke Schuiling, ຮອງລັດຖະມົນຕີການຕ່າງປະເທດ ຮັບຜິດຊອບດ້ານເສດຖະກິດຕ່າງປະເທດ ໂຮນລັງ
(ພາບ: TTXVN)

ຕອນບ່າຍວັນທີ 26 ເມສາ, ຢູ່ນະຄອນ ໂຮ່ຈີມິນ, ທ່ານ ຫວໍວັນຮວານ, ຮອງປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ໄດ້ໃຫ້ການຕ້ອນຮັບທ່ານນາງ Hanneke Schuiling, ຮອງລັດຖະມົນຕີການຕ່າງປະເທດ ຮັບຜິດຊອບດ້ານເສດຖະກິດຕ່າງປະເທດ ໂຮນລັງ, ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

        ທີ່ການຕ້ອນຮັບ, ທ່ານ ຫວໍວັນຮວານ ໃຫ້ຮູ້ວ່າ, ປະຈຸບັນ ໂຮນລັງ ແມ່ນຄູ່ຄ້າລາຍໃຫຍ່ຂອງນະຄອນ ໂຮ່ຈີມິນ ດ້ວຍ 161 ໂຄງການລວມຍອດເງິນລົງທຶນເກືອບ 5 ຕື້ USD. ນະຄອນ ໂຮ່ຈີມິນ ຕີລາຄາສູງລະດັບຄວາມຮູ້, ບົດຮຽນຂອງ ໂຮນລັງ ໃນຂົງເຂດຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ຄຸ້ມຄອງແຫຼ່ງນ້ຳ ແລະ ກະສິກຳແບບຍືນຍົງ; ປາດຖະໜາຢາກເຊື່ອມຕໍ່ກັບບັນດານັກວິທະຍາສາດ, ວິສາຫະກິດ ໂຮນລັງ ເພື່ອພ້ອມກັນແກ້ໄຂບັນຫາຂອງນະຄອນ ກ່ຽວຂ້ອງເຖິງການປ່ຽນແປງຂອງດິນຟ້າອາກາດ, ຕ້ານສະພາບນ້ຳຖ້ວມ…

        ສ່ວນທ່ານນາງ Hanneke Schuiling ເນັ້ນໜັກວ່າ, ໂຮນລັງ ມີວິສາຫະກິດສະເພາະກ່ຽວກັບການສຳຫຼວດ, ກໍ່ສ້າງແຜນຮ່າງເຂດສີຂຽວ, ຕົວເມືອງສີຂຽວ. ບັນດາຄູ່ຮ່ວມມື ໂຮນລັງ ປາດຖະໜາຢາກຮ່ວມມືກັບນະຄອນ ໂຮ່ຈີມິນ ໃນຂົງເຂດທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ ແລະ ມີຄວາມສາມາດບົ່ມຊ້ອນພັດທະນາ.

ຕອບກັບ

ຂ່າວ/ບົດ​ອື່ນ