ນະ​ຄອນ ໂຮ່​ຈີ​ມິນ: ປຸກ​ລະ​ດົມ​ການ​ຕອບ​ສະ​ໜອງ​ເດືອນເຄື່ອນ​ໄຫວ “ເພື່ອ​ຄົນ​ທຸກ​ຍາກ”

(VOVWORLD) -ເດືອນເຄື່ອນໄຫວເພື່ອຄົນທຸກຍາກ ໄດ້ດຳເນີນໃນລະຫວ່າງວັນທີ 17 ຕຸລາ 2020 – 18 ພະຈິກ 2020, ດ້ວຍຫຼາຍການເຄື່ອນໄຫວດູແລທີ່ແທດຈິງ ແລະ ປະສົບຜົນສຳເລັດຢ່າງຈົບງາມ, ມີສັນຍານທີ່ຕັ້ງໜ້າ, ແຜ່ຂະຫຍາຍຄວາມຮັກແພງອອກສູ່ວົງກ້ວາງ…
ນະ​ຄອນ ໂຮ່​ຈີ​ມິນ: ປຸກ​ລະ​ດົມ​ການ​ຕອບ​ສະ​ໜອງ​ເດືອນເຄື່ອນ​ໄຫວ “ເພື່ອ​ຄົນ​ທຸກ​ຍາກ” - ảnh 1 ພິທີໂຮມຊຸມນຸມມິດຕິງຕອບສະໜອງເດືອນເຄື່ອນໄຫວ “ເພື່ອຄົນທຸກຍາກ” (ພາບ: TTXVN)

ຕອນເຊົ້າວັນທີ 8 ຕຸລາ, ຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ນະຄອນໂຮ່ຈີມິນ - ຄະນະຂົນຂວາຍ, ຕ້ອນຮັບ ແລະ ຄຸ້ມຄອງກອງທຶນ “ເພື່ອຄົນທຸກຍາກ” ນະຄອນໂຮ່ຈີມິນ ໄດ້ຈັດຕັ້ງພິທີປຸກລະດົມການຕອບສະໜອງ ເດືອນເຄື່ອນໄຫວ “ເພື່ອຄົນທຸກຍາກ”. ເດືອນເຄື່ອນໄຫວເພື່ອຄົນທຸກຍາກ ໄດ້ດຳເນີນໃນລະຫວ່າງວັນທີ 17 ຕຸລາ 2020 – 18 ພະຈິກ 2020, ດ້ວຍຫຼາຍການເຄື່ອນໄຫວດູແລທີ່ແທດຈິງ ແລະ ປະສົບຜົນສຳເລັດຢ່າງຈົບງາມ, ມີສັນຍານທີ່ຕັ້ງໜ້າ, ແຜ່ຂະຫຍາຍຄວາມຮັກແພງອອກສູ່ວົງກ້ວາງ…

ໃນເດືອນນີ້, ນະຄອນສູ້ຊົນຂົນຂວາຍການບໍລິຈາກໃຫ້ກອງທຶນເພື່ອບັນລຸໄດ້ 40 ຕື້ ດົ່ງ ແລະ ລະບົບແນວໂຮມປະເທດຊາດ ຫວຽດນາມ ທຸກຂັ້ນຂອງ ນະຄອນຂົນຂວາຍໃຫ້ບັນລຸໄດ້ 96,8 ຕື້ ດົ່ງຕາມເປົ້າໝາຍທີ່ໄດ້ວາງອອກແຕ່ຕົ້ນປີ 2020. ແຫຼ່ງງົບປະມານນີ້ຈະໄດ້ນຳໃຊ້ໃນການດູແລຄວາມຕ້ອງການທີ່ຍັງຂາດເຂີນຂອງຄອບຄົວທຸກຍາກ, ຄອບຄົວໃກ້ທຸກຍາກ ຕາມແຜນການຫຼຸຸດຜ່ອນຄວາມທຸກຍາກ ຕາມຫຼາຍທິດຂອງນະຄອນໄລຍະ 2019 – 2020, ພິເສດແມ່ນກະກຽມວຽກງານດູແລບຸນເຕັດປີສະຫຼູ 2021.

ຕອບກັບ

ຂ່າວ/ບົດ​ອື່ນ