ນະໂຍບາຍກ່ຽວກັບການ ລົບລ້າງຄວາມອຶດຫິວ: ຫຼຸດຜ່ອນຄວາມທຸກຍາກ ໄດ້ເສີມຂະຫຍາຍຄຸນປະໂຫຍດ

ນະໂຍບາຍກ່ຽວກັບການ ລົບລ້າງຄວາມອຶດຫິວ: ຫຼຸດຜ່ອນຄວາມທຸກຍາກ ໄດ້ເສີມຂະຫຍາຍຄຸນປະໂຫຍດ - ảnh 1
(​ທ່ານ​ນາງ​ລັດຖະມົນຕີ​ກະຊວງ​ແຮງ​ງານ, ທະຫານ​ເສຍ​ອົງຄະ ​
ແລະ ສັງຄົມ​ຫວຽດນາມ ຟ້າ​ມທິຫາຍ​ຈວຽນ)


(vovworld) - ​​ ນະ​ໂຍບາຍ​ກ່ຽວ​ກັບ​ການລົບ​ລ້າງ​ຄວາມ​ອຶດຫິວ: ຫຼຸດຜ່ອນ​ຄວາມທຸກ​ຍາ​ກ ​ໄດ້​ເສີມ​ຂະຫຍາຍ​ຄຸນ​ປະ​ໂຫຍ​ດ, ນັ້ນ​ແມ່ນ​ຄຳ​ຢືນຢັນ​ຂອງ​ທ່ານ​ນາງ​ລັດຖະມົນຕີ​ກະຊວງ​ແຮງ​ງານ, ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ​ຫວຽດນາມ ຟ້າ​ມທິຫາຍ​ຈວຽນ, ​ໃນ​ລາຍການ​ປະຊາຊົນ​ຖາມ​ລັດຖະມົນຕີ​ຕອບ ​ໃນ​ອາທິດ​ຜ່ານ​ມາ. ທ່ານ​ນາງ​ລັດຖະມົນຕີ ຟ້າ​ມທິຫາຍ​ຈວຽນ ​ໃຫ້​ຮູ້​ວ່າ ​ການ​ປະຕິບັດ​ຈຸດໝາຍ​ຫຼຸດຜ່ອນ​ຄວາມທຸກ​ຍາກ ​ແມ່ນ​ນະ​ໂຍບາຍທະລຸ​ລົງຂອງ​ພັກ ​ແລະ ລັດ, ຍຸດ​ທະ​ສາດ​ຫຼຸດຜ່ອນ​ຄວາມທຸກ​ຍາກ​ໄລຍະ 2012 – 2015 ດ້ວຍ​ຫຼາຍ​ນະ​ໂຍບາຍ​ຢ່າງ​ລະອຽດ, ອັດຕາ​ຫຼຸດຜ່ອນ​ຄວາມທຸກ​ຍາກ​​ໄດ້​ວາງ​ຈຸດໝາຍ​ສະ​ເລ່ຍ​ແຕ່ລະ​ປີ​ແມ່ນ 2%/ປີ. ທ່ານ​ນາງ​ລັດຖະມົນຕີ ຟ້າ​ມທິຫາຍ​ຈວຽນ ຊີ້​ແຈ້ງວ່າ.

        “​ໃນຊຸມ​ປີ​ມໍ່ໆ​ມາ​ນີ້, ​ເສດຖະກິດ​, ງົບປະມານ​ແຫ່ງ​ລັດປະສົບ​ກັບ​ຄວາມຫຍຸ້ງ​ຍາກ ​ແຕ່​ງົບປະມານ​ໃຫ້​ແກ່​ການ​ຫຼຸດຜ່ອນ​ຄວາມຫຍຸ້ງຍາກ​ບໍ່​ຫຼຸດ​ລົງ ຫາກ​ຍັງ​ເພີ່ມ​ຂຶ້ນ, ໃນນັ້ນຄິດສະ​ເລ່ຍ​ປີ 2008 ​ແມ່ນ 90.000 ຕື້​ດົງ/ປີ ພາຍຫຼັງ 3 ປີ​​ໄລຍະ​ແຕ່​ປີ 2011 – 2013 ​ແມ່ນ 120.000 ຕື້​ດົງ/ປີ. ອັນ​ໄດ້​ຢືນຢັນ​ຄວາມ​ຕັດສິນ​ໃຈຂອງ​ພັກ, ລັດ ​ເພື່ອ​ແນ​ໃສ່ຫຼຸດຜ່ອນ​ອັດຕາ​ຄອບຄົວ​ທຸກ​ຍາກ​ຢູ່​ຫວຽດນາມ ຢ່າງ​ວ່ອງ​ໄວ ​ແລະ ຕັດສິນ​ໃຈ​ເຮັດສຳ​ເລັດ​ຈຸດໝາຍ​ສະຫັດ​ສະ​ວັດ. ທະນາຄານ​ໂລກ​ຢືນຢັນ​ວ່າ ຫວຽດນາມ ​ແມ່ນ​ຈຸດ​ສະຫງ່າ​ງສະ​​ໄຫວໃນ​ການ​ປະຕິບັດ​ຈຸດໝາຍ​ສະຫັດ​ສະ​ວັດ, ​ໃນ​ນັ້ນ​ມີ​ຈຸດໝາຍ​ຫຼຸດຜ່ອນ​ຄວາມທຸກ​ຍາກ”.

        ທ່ານ​ນາງ​ລັດຖະມົນຕີ ຟ້າ​ມທິຫາຍ​ຈວຽນ ກໍ່​ໃຫ້​ຮູ້​ວ່າ, ​ໃນ​ໄລຍະ​ຈະ​ມາ​ເຖິງ, ກະຊວງ​ແຮງ​ງານ, ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ​ຫວຽດນາມ ຈະ​ສ້າງ​ນະ​ໂຍບາຍ​ເພື່ອ​ໃຫ້​ປະຊາຊົນ​ຫຼຸດຜ່ອນ​ຄວາມທຸກ​ຍາກ​​ແບບ​ຍືນ​ຍົງ.
ຂ່າວ/ບົດ​ອື່ນ