ນະໂຍບາຍໜູນຊ່ວຍດ້ານກົດໝາຍໃຫ້ຄົນທຸກຍາກ,ປະຊາຊົນບັນດາເຜົ່າ
(ພາບປະກອບ: yenbai.gov.vn)
(vovworld) - ນາຍົກລັດຖະມົນຕີຫາກໍ່ປະກາດນະໂຍບານໜູນຊ່ວຍດ້ານກົດໝາຍໃຫ້ຄົນທຸກຍາກ, ປະຊາຊົນບັນດາເຜົ່າສ່ວນໜ້ອຍຢູ່ບັນດາເມືອງທຸກຍາກ, ຕາແສງທຸກຍາກ, ບ້ານປະສົບກັບຄວາມຫຍຸ້ງຍາກເປັນພິເສດໄລຍະ 2016 – 2020 ແລະ ໜູນຊ່ວຍກໍລະນີເຂົ້າຮ່ວມການດຳເນີນຄະດີມີລັກສະນະສັບສົນ ຫຼື ເປັນຕົວແບບ. ເປົ້າໝາຍໄດ້ຮັບການຊົມໃຊ້ນະໂຍບາຍດ້ານກົດໝາຍແມ່ນຄົນທຸກຍາກ, ຊາວເຜົ່າສ່ວນໜ້ອຍ ແລະ ຜູ້ໄດ້ໜູຊ່ວຍດ້ານກົດໝາຍອື່ນຕາມຂໍ້ກຳນົດຂອງກົດໝາຍກ່ຽວກັບການໜູນຊ່ວຍດ້ານກົດໝາຍທີ່ດຳລົງຊີວິດຢູ່ບັນດາເມືອງທຸກຍາກ, ບັນດາຕາແສງທຸກຍາກເປັນພິເສດ, ຕາແສງເຂດຊາຍແດນ… ເປົ້າໝາຍຊົມໃຊ້ ແລະ ບໍລິເວນທີ່ນຳໃຊ້ການໜູນຊ່ວຍກໍລະນີເຂົ້າຮ່ວມການດຳເນີນຄະດີແມ່ນຜູ້ທີ່ໄດ້ຮັບການໜູນຊ່ວຍດ້ານນິຕິທຳຕາມກົດໝາຍກ່ຽວກັບການໜູນຊ່ວຍນິຕິທຳຢູ່ບັນດາທ້ອງຖິ່ນທີ່ຍັງບໍ່ທັນສ້າງຄວາມດູນດ່ຽງດ້ານງົບປະມານ.