ນາຍົກລັດຖະມົນຕີຈະເຂົ້າຮ່ວມແລະເປັນປະທານເວທີປາໄສຂັ້ນສູງ, ງານວາງສະແດງສາກົນຄັ້ງທີ 3 ກ່ຽວກັບອຸດສາຫະກຳ 4.0

(VOVWORLD) -ຄາດວ່າ, ໃນຂອບເຂດເວທີປາໄສ ຈະດຳເນີນການເຄື່ອນໄຫວ “ວາງສະແດງເໝືອນຈິງ” ບັນດາຮູບແບບ, ຜະລິດຕະພັນ, ເຕັກໂນໂລຊີ 4.0, ໝາກຜົນການຫັນເປັນດີຈີຕອນຂອງຂະແໜງການ, ຂົງເຂດຕ່າງໆ.

ດ້ວຍຫົວຂໍ້ “ຍູ້ແຮງການຫັນເປັນອຸດສາຫະກຳ, ຫັນປະເທດຊາດເປັນທັນສະໄໝ ໃນສັງກາດດີຈີຕອນ”, ເວທີປາໄສຂັ້ນສູງ ແລະ ງານວາງສະແດງສາກົນຄັ້ງທີ 3 ກ່ຽວກັບເຕັກໂນໂລຊີ 4.0 ຈະດຳເນີນໃນວັນທີ 06 ທັນວາ ຈະມາເຖິງ. ດ້ວຍການເຂົ້າຮ່ວມຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ. ພ້ອມກັນນັ້ນ, ຍັງຈະຈັດກອງປະຊຸມສຳມະນາຫົວເລື່ອງສະເພາະ 10 ຄັ້ງ ໃນຕະຫຼອດເດືອນ ພະຈິກນີ້”. ນີ້ແມ່ນຂໍ້ມູນຂ່າວເຊິ່ງການນຳຄະນະເສດຖະກິດສູນກາງ ຍົກອອກທີ່ການປະຊຸມຂ່າວເຊິ່ງດຳເນີນໃນຕອນບ່າຍວັນທີ 05 ພະຈິກ ຢູ່ຮ່າໂນ້ຍ.

        ຄາດວ່າ, ໃນຂອບເຂດເວທີປາໄສ ຈະດຳເນີນການເຄື່ອນໄຫວ “ວາງສະແດງເໝືອນຈິງ” ບັນດາຮູບແບບ, ຜະລິດຕະພັນ, ເຕັກໂນໂລຊີ 4.0, ໝາກຜົນການຫັນເປັນດີຈີຕອນຂອງຂະແໜງການ, ຂົງເຂດຕ່າງໆ. ພ້ອມກັນນັ້ນແມ່ນການເຄື່ອນໄຫວ “ເຊື່ອມຕໍ່ການລົງທຶນເຕັກໂນໂລຊີ”, ຜ່ານນັ້ນໄດ້ນຳມາເຊິ່ງກາລະໂອກາດແລກປ່ຽນໂດຍກົງ, ຮ່ຳຮຽນເອົາບົດຮຽນ, ຊອກຫາກາລະໂອກາດຮ່ວມມື, ລົງທຶນລະຫວ່າງກຸ່ມບໍລິສັດ ແລະ ອົງການຈັດຕັ້ງວິສາຫະກິດດີເດັ່ນກ່ຽວກັບການຄົ້ວຄວ້າ, ຜະລິດ ແລະ ນຳໃຊ້ເຕັກໂນໂລຊີດີຈີຕອນ.

ຕອບກັບ

ຂ່າວ/ບົດ​ອື່ນ