ທ່ານນາຍົກລັດຖະມົນຕີ ຣູມາເນຍ Dacian Ciolos
(ພາບ: AFP/TTXVN)
(vovworld) – ຕອນບ່າຍວັນທີ 11/07 ທ່ານນາຍົກລັດຖະມົນຕີ ຣູມາເນຍ Dacian Ciolos ເລີ່ມຕົ້ນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ຕາມຕຳເຊີນຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ. ທານຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ຣູມາເນຍ ເພື່ອແນໃສ່ຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຫລາຍດ້ານລະຫວ່າງ ຫວຽດນາມ - ຣູມາເນຍ; ເພີ່ມທະວີການຮ່ວມມືໃນບັນດາຂົງເຂດຄື: ການຄ້າ - ການລົງທຶນ, ການສຶກສາ - ບຳລຸງສ້າງ; ວັດທະນະທຳ - ການທ່ອງທ່ຽວ, ວິທະຍາສາດ - ເຕັກໂນໂລຢີ, ນ້ຳມັນອາຍແກສ, ພະລັງງານ, ເຕັກໂນໂລຢີປ້ອງກັນຊາດ, ແຮງງານ, ຮ່ວມມືທ້ອງຖິ່ນ ແລະ ແລກປ່ຽນກ່ຽວກັບບັນດາບັນຫາສາກົນ ແລະ ພາກພື້ນເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ.