ນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບປະທານສະມາຄົມມິດຕະພາບໄທ-ຫວຽດນາມ

ນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບປະທານສະມາຄົມມິດຕະພາບໄທ-ຫວຽດນາມ - ảnh 1
(ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ
ຕ້ອນຮັບປະທານສະມາຄົມມິດຕະພາບໄທ-ຫວຽດນາມ)

(vovworld) - ​​​ ​ຕອນ​ບ່າຍ​ວັນ​ທີ 28/10, ເນື່ອງ​ໃນໂອ​ກາດ​ການໄປ​ໄວ້​ອາ​ໄລ​ພະ​ບາດ​ສົມ​ເດັດ​ພະ​ເຈົ້າ​ມະ​ຫາ​ຊີ​ວິດ ພູ​ມີ​ພູມ ອະ​ດຸນ​ຍະ​ເດດ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີຫວຽດ​ນາມ ຫງວຽນ​ຊວນ​ຟຸກ ໄດ້​ໃຫ້​ການ​ຕ້ອນ​ຮັບ​ທ່ານ ພ​ຣ​ະຈວບ ໄຈ​ຍາ​ສານ, ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ​ໄທ - ຫວຽດ​ນາມ ເຂົ້າ​ຢ້ຽມ​ຂ່ຳ​ນັບ. ທີ່​ການ​ພົບ​ປະ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄດ້​ຕີ​ລາ​ຄາ​ສູງ​ບົດ​ບາດ​ຂອງ​ສະ​ມາ​ຄົມ​ມິ​ດ​ຕະ​ພາບ​ໄທ - ຫວຽດ​ນາມ ໃນ​ການ​ຊຸກ​ຍູ້​ເພີ່ມ​ທະ​ວີ​ການ​ພົ​ວ​ພັ​ນ​ຄູ່​ຮ​່ວມ​ມື​ຍຸດ​ທະ​ສາດ​ອັນ​ດີ​ງາມ​ລະ​ຫວ່າງ 2 ປະ​ເທດ, ພິ​ເສດ​ແມ່ນ​ບັນ​ດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີມ​ສະ​ຫຼອງ 40 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ ໃນ​ປີ 2016, ໃນ​ນັ້ນ​ມີ​ເລ​ື່ອງ​ປະ​ກອບ​ສ່ວນ​ຈັດ​ຕັ້ງ​ພິ​ທີ​ເປີດ​ສະ​ຫຼອງເຂດອາ​ໄລ​ຫາ​ປະ​ທານ​ໂຮ່​ຈິ​ມີນ ຢູ່​ແຂວງ ນະ​​ຄອນພະ​ນົມ ໃນ​ເດືອນ 05/2016. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ປາດ​ຖະ​ໜາ​ວ່າ ສະ​ມາ​ຄົມ​ຈະ​ສືບ​ຕໍ່​ເອົາ​ໃຈ​ໃສ່, ຮ່ວມ​ມື​ກັບ​ປະ​ຊາ​ຄົ​ມ​ຊາວ​ຫວຽດ​ນາ​ມ ແລະ ສະ​ມາ​ຄົມ​ມິດ​ຕະ​ພາບ​ຫວຽດ​ນາມ - ໄທ, ເພື່ອ​ ກາຍ​ເປັນ​ຂົວ​ເຊື່ອມ​ຕໍ່​ຊຸກ​ຍູ້​ການ​ແລກ​ປ່ຽນ​ປະ​ຊາ​ຊົນ, ກາ​ນ​ພົວ​ພັນ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ລະ​ຫວ່າງ 2 ປະ​ເທດ.

        ໃນ​ກ​ໍ​ໃນ​ຕອນ​ບ່າຍ​ວັນ​ດຽວ​ກັນ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໄດ້​ໃຫ້​ການ​ຕ້ອ​ນ​ຮັບ​ປະ​ທານ, ທັງ​ເປັນ​ຜູ້​ອຳ​ນວຍ​ການ​ໃຫຍ່​ກຸ່ມ​ບໍ​ລິ​ສັດ SCG ແລະ ຮອງ​ປະ​ທານ​ຂັ້ນ​ສູງ ທັງ​ເປັນ​ປະ​ທານ SCG.

ຂ່າວ/ບົດ​ອື່ນ