ນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບຜູ້ທີ່ປຶກສາພິເສດຄະນະລັດຖະບານຍີ່ປຸ່ນ

ນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບຜູ້ທີ່ປຶກສາພິເສດຄະນະລັດຖະບານຍີ່ປຸ່ນ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ແລະ ​ທ່ານ Isao Iijima, ທ​ີ່​ປຶກ​ສາ​ພິ​ເສດ​ຄະ​ນະ​ລັດ​ຖະ​ບານ ຍີ່​ປຸ່ນ.

(vovworld) –  ​ຕອນ​ບ່າຍ​ວັນ​ທີ 9/12, ຢູ່​ຮ່າ​ໂນ້ຍ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໄດ້​ໃຫ້​ການ​ຕ້ອນ​ຮັບ​ທ່ານ Isao Iijima, ທ​ີ່​ປຶກ​ສາ​ພິ​ເສດ​ຄະ​ນະ​ລັດ​ຖະ​ບານ ຍີ່​ປຸ່ນ. ທີ່​ການ​ຕ້ອນ​ຮັບ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຢັ້ງ​ຢືນ​ວ່າ ​ຫວຽດ​ນາມ ຍາມ​ໃດ​ກໍ່​ຖື ຍີ່​ປຸ່ນ ເປັນ​ຄູ່​ຮ່ວມ​ມື​ສຳ​ຄັນ​ແຖວ​ໜ້າ ແລະ ຍາວ​ນານ​ຂອງ ຫວຽດ​ນາມ, ຖື​ເປັນ​ສຳ​ຄັນ​ການ​ເພີ່ມ​ທະ​ວີ ແລະ ເປີດ​ກ້​ວາງ​ການ​ພົວ​ພັນ​ຮ່ວມ​ມື​ກັບ​ບັນ​ດາ​ທ້ອງ​ຖິ່ນ​ຂອງ ຍີ່​ປ​ຸ່ນ. ເພື່ອ​ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະ​ຫວ່າງ ຫວຽດ​ນາມ - ຍີ່​ປຸ່ນ ໃຫ​້​ເລິກ​ເຊິ່ງ ກ້​ວາງ​ຂວາງ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ ສະ​ເໜີ​ໃຫ້ 2 ປະ​ເທດ​ສືບ​ຕໍ່​ເພີ່ມ​ທະ​ວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ ຜ່ານ​ບັນ​ດາ​ການຢ​້ຽມ​ຢາມ ແລະ ການ​ພົບ​ປະ​ຂັ້ນ​ສູງ​ຢູ່ນອກ​ບັນ​ດາ​ກອງ​ປະ​ຊຸມ​ສາ​ກົນ, ໜູນ​ຊ່ວຍ​ຊຸກ​ຍູ້​ການ​ຮ່ວມ​ມື​ດ້າ​ນ​ເສດ​ຖະ​ກິດ​ລະ​ຫວ່າງ 2 ປະ​ເທດ, ເພີ່ມ​ທະ​ວີ​ວົງ​ເງິນ​ການ​ຄ້າ ແລະ ການ​ລົງ​ທຶນ, ຊຸກ​ຍູ້​ບັນ​ດາ​ວິ​ສາ​ຫະ​ກິດ ຍີ່​ປຸ່ນ, ໃນ​ນ​ັ້ນ​ມີ​ບັນ​ດາ​ວິ​ສາ​ຫະ​ກິດ​ຂະ​ໜາດ​ນ້ອຍ ແລະ ກາງ, ​ເຂົ້າມາລົງ​ທຶນຢູ່ ຫວຽດ​ນາມ.

        ສ່ວນ​ທ່ານ Isao Iijima ຫວັງ​ວ່າ ລັດ​ຖະ​ບານ ຫວຽດ​ນາມ ຍາມ​ໃດ​ກໍ່​ສ້າງ​ທຸກ​ເງື່ອນ​ໄຂ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ ຍີ່​ປຸ່ນ ທຳ​ມາ​ຫາ​ກິນ​ຢ່າງ​ສະ​ດວກ​ຢູ່ ຫວຽດ​ນາມ.

                                                                  

     

ຂ່າວ/ບົດ​ອື່ນ