ນາຍົກລັດຖະມົນຕີຫງວຽນຊວນຟຸກສະເໜີໃຫ້ທ້ອງຖິ່ນຕ່າງໆຄວນຄວບຄຸ້ມສະພາບປະຊາຊົນຍົກຍ້າຍແບບຊະຊາຍຄືໃນປະຈຸບັນ

(VOVWORLD) -ຕາມການສະຖິຕິຂອງກະຊວງກະສິກຳ ແລະ ພັດທະນາຊົນນະບົດຫວຽດນາມ ແລ້ວ, ໄລຍະ 2005 – 2017, ໃນຈຳນວນຄອບຄົວຍົກຍ້າຍແບບຊະຊາຍໃນບໍລິເວນໃນທົ່ວປະເທດມີປະມານ 67.000 ຄອບຄົວ, ສະເພາະບັນດາແຂວງໄຕງວຽນ ໄດ້ກວມເອົາ 59.000 ຄອບຄົວ.

ນາຍົກລັດຖະມົນຕີຫງວຽນຊວນຟຸກສະເໜີໃຫ້ທ້ອງຖິ່ນຕ່າງໆຄວນຄວບຄຸ້ມສະພາບປະຊາຊົນຍົກຍ້າຍແບບຊະຊາຍຄືໃນປະຈຸບັນ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມກອງປະຊຸມ

(ພາບ: Tài nguyên Môi trường)

ໄລ່ຮອດທ້າຍປີ 2017, ຈຳນວນຄອບຄົວຍົກຍ້າຍແບບຊະຊາຍໃນທົ່ວປະເທດໄດ້ຮັບການຊັບຊ້ອນທີ່ຢູ່ອາໄສຍາວນານພຽງກວມເອົາປະມານ 2/3, ສ່ວນຍັງເຫຼືອຍັງບໍ່ທັນມີບ່ອນຢູ່ອາໄສຍາວນານ ແລະ ສຸມໃສ່ຕົ້ນຕໍຢູ່ບັນດາແຂວງຢູ່ເຂດໄຕງວຽນ.

        ກອງປະຊຸມກ່ຽວກັບມາດຕະການແກ້ໄຂສະພາບການປະຊາຊົນຍົກຍ້າຍບ່ອນຢູ່ແບບຊະຊາຍໃນບໍລິເວນໃນທົ່ວປະເທດ ແລະ ການຄຸ້ມຄອງ, ນຳໃຊ້ແຫຼ່ງທີ່ດິນຈາກກະສິກຳ, ປ່າໄມ້ຢູ່ໄຕງວຽນ ຖືກດຳເນີນໃນຕອນເຊົ້າວັນທີ 09 ທັນວາ, ຢູ່ແຂວງດັກລັກ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຊີ້ແຈ້ງສາຍເຫດເຊິ່ງເຮັດໃຫ້ປະຊາຊົນຍົກຍ້າຍແບບຊະຊາຍແມ່ນຍ້ອນການດຳລົງຊີວິດບ່ອນຢູ່ອາໄສປະສົບກັບຄວາມຫຍຸ້ງຍາກພິເສດ. ເມື່ອໄດ້ຮັບຄວາມເອົາໃຈໃສ່ຈາກບັນດາທ້ອງຖິ່ນໜູນຊ່ວຍກໍ່ສ້າງພື້ນຖານໂຄງລ່າງ ແລະ ໜູນຊ່ວຍການຜະລິດ, ສະພາບປະຊາຊົນຍົກຍ້າຍແບບຊະຊາຍໄດ້ຫຼຸດລົງຢ່າງແຮງ. ທ່ານນາຍົກລັດຖະມົນຕີເນັ້ນໜັກວ່າ, ນີ້ແມ່ນສິ່ງສຳຄັນເຊິ່ງທ້ອງຖິ່ນຕ່າງໆຄວນເອົາໃຈໃສ່ເພື່ອຄວບຄຸມສະພາບການປະຊາຊົນຍົກຍ້າຍແບບຊະຊາຍຄືໃນປະຈຸບັນ.

ຕອບກັບ

ຂ່າວ/ບົດ​ອື່ນ