ນາຍົກລັດຖະມົນຕີຫງວຽນຊວນຟຸກເຈລະຈາກັບນາຍົກລັດຖະມົນຕີຝລັ່ງ

(VOVWORLD) -ຕອນບ່າຍວັນທີ 02 ພະຈິກ, ຢູ່ຫ້ອງວ່າການລັດຖະບານ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ  ແລະ ທ່ານນາຍົກລັດຖະມົນຕີຝລັ່ງ Edouard Philippe ໄດ້ດຳເນີນການເຈລະຈາ.

ນາຍົກລັດຖະມົນຕີຫງວຽນຊວນຟຸກເຈລະຈາກັບນາຍົກລັດຖະມົນຕີຝລັ່ງ - ảnh 1ການເຈລະຈາລະຫວ່າງນາຍົກລັດຖະມົນຕີຫວຽດນາມ - ຝລັ່ງ

(ພາບ: VGP)

ທີ່ການເຈລະຈາ, ການນຳ 2 ທ່ານໄດ້ເຫັນດີຕີລາຄາວ່າ ການພົວພັນຫວຽດນາມ - ຝລັ່ງ ພວມພັດທະນາຢ່າງຕັ້ງໜ້າໃນທຸກຂົງເຂດ ແລະ ຢືນຢັນຄວາມຕັດສິນໃຈລວມ ແມ່ນເຮັດໃຫ້ບັນດາເນື້ອໃນຂອງຄູ່ຮ່ວມມືຍຸດທະສາດຫວຽດນາມ - ຝລັ່ງ ເລິກເຊິ່ງຂຶ້ນຕື່ມ, ຕອບສະໜອງດ້ານຜົນປະໂຫຍດ ແລະ ຄວາມເອົາໃຈໃສ່ລວມຂອງ 2 ປະເທດ.

        ການນຳ 2 ທ່ານໄດ້ຢືນຢັນວ່າ, ການຮ່ວມມືດ້ານເສດຖະກິດສືບຕໍ່ແມ່ນເສົາຄ້ຳບຸລິມະສິດສຳຄັນຂອງການພົວພັນ 2 ຝ່າຍ ແລະ ເນັ້ນໜັກວ່າ, ຄວນເພີ່ມທະວີການຮ່ວມມື, ຊຸກຍູ້ບັນດາໂຄງການຈຸດສຸມເຊິ່ງ 2 ຝ່າຍພວມຜັນຂະຫຍາຍ ກໍຄືການເພີ່ມທະວີການພົວພັນຫວຽດນາມ - ສະຫະພາບເອີລົບ. 2 ຝ່າຍກໍ່ເປັນເອກພາບນຳກັນສ້າງເງື່ອນໄຂເພື່ອສົ່ງເສີມບັນດາວິສາຫະກິດ 2 ປະເທດເພີ່ມທະວີການເຊື່ອມຕໍ່ຮ່ວມມືດຳເນີນທຸລະກິດ, ລົງທຶນໃນບັນດາຂົງເຂດເຊິ່ງຝລັ່ງ ມີທ່າແຮງ ແລະ ຫວຽດນາມ ມີຄວາມຕ້ອງການຄື: ພື້ນຖານໂຄງລ່າງ, ພະລັງງານ, ການບິນ - ອາວະກາດ, ວິທະຍາສາດ - ເຕັກໂນໂລຊີ…

        2 ຝ່າຍໄດ້ຕີລາຄາສູງ ແລະ ເຫັນດີນຳຫັນວ່າ ຈະເພີ່ມທະວີການຮ່ວມມືໃນຂົງເຂດສາທາລະນະສຸກ; ປາດຖະໜາຢາກເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ແລະ ຢືນຢັນເຖິງຄວາມສຳຄັນຂອງການຮ່ວມມືດ້ານການສຶກສາບຳລຸງສ້າງ.

        ການນຳ 2 ທ່ານກໍ່ເຫັນດີເພີ່ມທະວີການສົມທົບກັນເພື່ອຮັບປະກັນຜົນສຳເລັດຂອງກອງປະຊຸມຮ່ວມມືລະຫວ່າງທ້ອງຖິ່ນຕ່າງໆຂອງຫວຽດນາມ ແລະ ຝລັ່ງ ຄັ້ງທີ 11  ເຊິ່ງຈະດຳເນີນໃນຕົ້ນເດືອນ ເມສາ 2019 ຢູ່ນະຄອນ Toulouse (ຝລັ່ງ).

        ການນຳ 2 ທ່ານໄດ້ຊີ້ແຈ້ງຄວາມສຳຄັນຂອງການຮັກສາສັນຕິພາບ, ສະຖຽນລະພາບ, ຊຸກຍູ້ການຮ່ວມມືຢູ່ພາກພື້ນ ແລະ ສາກົນ.

        ແລະກໍ່ໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ທ່ານນາຍົກລັດຖະມົນຕີຝລັ່ງ Edouard Philippe ໄດ້ເປັນສັກຂີພິຍານພິທີລົງນາມ, ແລກປ່ຽນບັນດາເອກະສານ, ຂໍ້ຕົກລົງຮ່ວມມືລະຫວ່າງ 2 ປະເທດໃນບັນດາຂົງເຂດບຳລຸງສ້າງ, ພັດທະນາລັດຖະບານເອເລັກໂຕນິກ, ຮ່ວມມືດ້ານສາທາລະນະສຸກ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ…

        ຕອນບ່າຍວັນດຽວກັນ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ທ່ານນາຍົກລັດຖະມົນຕີຝລັ່ງ Edouard Philippe ໄດ້ແຈ້ງໃຫ້ສື່ມວນຊົນຊາບກ່ຽວກັບໝາກຜົນການເຈລະຈາລະຫວ່າງນາຍົກລັດຖະມົນຕີ 2 ທ່ານ. ທ່ານນາຍົກລັດຖະມົນຕີໃຫ້ຮູ້ວ່າ, 2 ທ່ານໄດ້ມີການເຈລະຈາບັນລຸຜົນສຳເລັດ ແລະ ໄດ້ເປັນສັກຂີພິຍານ, ແລກປ່ຽນເອກະສານຮ່ວມມື 17 ສະບັບໃນຫຼາຍຂົງເຂດ.

ຕອບກັບ

ຂ່າວ/ບົດ​ອື່ນ