ນາຍົກລັດຖະມົນຕີຫງວຽນເຕີ້ນຢຸງຈະເປັນປະທານຮ່ວມກອງປະຊຸມຄະນະລັດຖະບານຫວຽດນາມ-ໄທເທື່ອທີ3

ນາຍົກລັດຖະມົນຕີຫງວຽນເຕີ້ນຢຸງຈະເປັນປະທານຮ່ວມກອງປະຊຸມຄະນະລັດຖະບານຫວຽດນາມ-ໄທເທື່ອທີ3 - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ້​ນຢຸງ
(ພາບ: nguyentandung.org)

(vovworld) - ວັນ​ທີ 23/7 ຈະ​ມາ​ເຖິງ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ້​ນຢຸງ ​ແລະ ພັນ​ລະ​ຍາ ຈະ​ຢ້ຽມຢາມ​ລາຊະ​ອານາຈັກ ​ໄທ ຕາມ​ຄຳ​ເຊີນ​ຂອງ​ທ່ານ​ນາຍົກລັດຖະມົນຕີ ​ໄທ ປ​ຣາ​ຢຸດ ຈັນ​ໂອ​ຈາ  ​ໃນ​ໄລຍະ​ການ​ຢ້ຽມຢາມ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ້​ນຢຸງ ພ້ອມ​ກັບທ່ານ​ນາຍົກລັດຖະມົນຕີ ​ໄທ ປ​ຣາ​ຢຸດ ຈັນ​ໂອ​ຈາ ເປັນ​ປະທານ​ຮ່ວມ​ກອງ​ປະຊຸມ​ຄະນະ​ລັດຖ​ະບານ ຫວຽດນາມ - ​ໄທ ​ເທື່ອ​ທີ 3. ຄາ​ດຄະ​ເນວ່າ: ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ້​ນຢຸງ ຈະ​ເຂົ້າ​ຢ້ຽມ​ຂຳ່ສົມ​ເດັດ​ພະ​ເທບຣັດຕະນະຣາຊະ​ສຸດ​ສະຫຍາມ​ບໍຣົມຊະ​ກຸມມາລີ​ແຫ່ງ​ລາຊະ​ອານາຈັກ ​ໄທ , ​ເຂົ້າ​ຮ່ວມ​ການ​ເຈ​ລະຈາ​ວິ​ສາ​ຫະກິດ ຫວຽດນາມ - ​ໄທ ​ແລະ ພົບ​ປະກັນ​ບັນດາ​ຜູ້ຕາງໜ້າ​ປະຊາ​ຄົມ ຫວຽດນາມ ຢູ່ ​ໄທ.

        ການ​ຢ້ຽມ​ຢາມ ​ໄທ ຂອງ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ້​ນຢຸງ ​ເພື່ອ​ແນ​ໃສ່​ປັບປຸງ, ​ເພີ່ມ​ທະວີ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ ຫວຽດນາມ ​ແລະ ​ໄທ ​ໃນ​ບັນດາ​ຂົງ​ເຂດ​ຮ່ວມ​ມື, ພິ​ເສດ​ແມ່ນ​ດ້ານ​ການ​ເມືອງ, ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ, ດ້ານ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ ​ແລະ ​ແຮງ​ງານ, ກໍ​ຄື​ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ໃນ​ບັນດາ​ກົນໄກຮ່ວມ​ມື​ເຂດ​ອະນຸ​ພາກ​ພື້ນ ​ແລະ ພາກ​ພື້ນ.

ຂ່າວ/ບົດ​ອື່ນ