ນາຍົກລັດຖະມົນຕີຫງວຽນເຕີນຢູ້ງຕ້ອນຮັບປະທານສະພາແຫ່ງຊາດລາວແລະປະທານສະພາຕ່ຳອິນເດຍ

ນາຍົກລັດຖະມົນຕີຫງວຽນເຕີນຢູ້ງຕ້ອນຮັບປະທານສະພາແຫ່ງຊາດລາວແລະປະທານສະພາຕ່ຳອິນເດຍ - ảnh 1
ນາຍົກລັດຖະມົນຕີຫງວຽນເຕີນຢູ້ງຕ້ອນຮັບປະທານສະພາ
ແຫ່ງຊາດລາວ
(ພາບ: VGP/Nhật Bắc)

(vovworld) – ​​ ​ຕອນ​ບ່າຍ​ວັ​ນ​ທີ 30/3, ຢູ່​ຮ່າ​ໂນ້ຍ, ໃນ​ການ​ຕ້ອນ​ຮັບ​ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ລາວ ປາ​ນີ ຢາ​ທໍ່​ຕູ້, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ ໃຫ້​ຮູ້​ວ່າ: ລັດ​ຖະ​ບານ ຫວຽດ​ນາມ ມີ​ຄວາມ​ປິ​ຕິ​ຊົມ​ຊື່ນ​ຕໍ່​ໝາກ​ຜົນ​ແຫ່ງ​ການ​ຮ່ວມ​ມື​ລະ​ຫວ່າງ 2 ລັດ​ຖະ​ບານ, ພ້ອມ​ທັງ​ຢັ້ງ​ຢືນ​ວ່າ: 2 ຝ່າຍ​ສືບ​ຕໍ່​ມາ​ນະ​ພະ​ຍາ​ຍາມ​ຜັນ​ຂະ​ຫຍາຍ​ບັນ​ດາ​ຂໍ້​ຕົກ​ລົງ​ເຊິ່ງ​ການ​ນຳ​ຂັ້ນ​ສູງ 2 ປະ​ເທດ​ບັນ​ລຸ​ໄດ້, ຍູ້​ແຮງ​ການ​ຮ່ວມ​ມື 2 ຝ່າຍ​ໃນ​​ຂົງ​ເຂດ​ຕ່າງໆ, ນຳ​ມາ​ເຊິ່ງ​ຜົນ​ປະ​ໂຫຍດ​ແທດ​ຈິງ​ໃຫ້​ແກ່​ປະ​ຊາ​ຊົນ 2 ປະ​ເທດ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ ຫວັງ​ວ່າ: ສະ​ພາ​ແຫ່​ງ​ຊາດ ລາວ ສືບ​ຕໍ່​ສະ​ໜັບ​ສະ​ໜູນ 2 ຝ່າຍ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື, ພິ​ເສດ​ແມ່ນ​​ດ້ານເສດ​ຖະ​ກິດ, ການ​ຄ້າ, ການ​ລົງ​ທຶນ​​ທີ່ສົມ​ກັບ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຂອງ 2 ປະ​ເທດ. ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສະ​ເໜີ​ໃຫ້​ສະ​ພາ​ແຫ່ງ​ຊາດ ລາວ ສືບ​ຕໍ່​ສະ​ໜັບ​ສະ​ໜູນ, ໜູນ​ຊ່ວຍ​ບັນ​ດາ​ວິ​ສາ​ຫະ​ກິດ ຫວຽດ​ນາມ ລົງ​ທຶນ, ດຳ​ເນີນ​ທຸ​ລະ​ກິດໃຫ້​ບັນ​ລຸ​ຜົນ​ສຳ​ເລັດ​ຢູ່ ລາວ, ສະ​ໜັບ​ສະ​ໜູນ​ປະ​ຊາ​ຄົມ​ຊາວ ຫວຽດ​ນາມ ​ອາ​ໄສຢູ່ ລາວ ທຳ​ມາ​ຫາ​ກິ​ນ, ດຳ​ເນີນ​ທຸ​ລະ​ກິດ, ດຳ​ລົງ​ຊີ​ວິດ​ເປັນ​ປົກ​ກະ​ຕິ​ຢູ່​ລາວ.

        ແລະ​ກໍ່​ໃນ​ຕອນ​ບ່າຍ​ວັນ​ທີ 30/3, ໃນ​ການ​ຕ້ອນ​ຮັບ​ທ່ານ​ນາງ​ປະ​ທາ​ນ​ສະ​ພາ​ຕ່ຳ ອິນ​ເດຍ Sumitra Mahajan, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ ຢັ້ງ​ຢື​ນ​ວ່າ: ການ​ນຳ​ພັກ, ລັດ ແລະ ປະ​ຊາ​ຊົນ ຫວຽດ​ນາມ ຍາ​ມ​ໃດ​ກໍ່​ຈົດ​ຈຳ​ການ​ສະ​ໜັບ​ສະ​ໜູນ, ການ​ຊ່ວຍ​ເຫຼືອ​ອັນ​ໃຫຍ່ຫຼວງ, ລ້ຳ​ຄ່າ​ເຊິ່ງ ອິນ​ເດຍ ສະ​ຫງວນ​ໃຫ້​ແກ່ ຫວຽດ​ນາມ ໃນ​ຊຸມ​ປີ​ຕໍ່​ສູ້​ຍາດ​ເອົາ​ເອ​ກະ​ລາດ, ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ ກໍ່​ຄື​ໃນ​ການ​ສ້າງ​ສາ ແລະ ປ​ົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ໃນ​ປະ​ຈຸ​ບັນ. ລັດ​ຖະ​ບານ ຫວຽດ​ນາມ ຫວັງ​ວ່າ: ສະ​ພາ​ແຫ່ງ​ຊາດ ອິນ​ເດຍ ສະ​ໜັບ​ສະ​ໜູນ ລັດ​ຖະ​ບານ 2 ປະ​ເທດ​ຜັນ​ຂະ​ຫ​ຍາຍ​ການ​ຮ່ວມ​ມື​ຢ່າງ​ແຮງ, ​ເພື່ອບັນ​ລຸ​ໄດ້ໝາກ​ຜົນ​ສູງ​ກ່​ວາ​ອີກ​ໃນ​ທຸກໆ​ຂົງ​ເຂດ, ພິ​ເສດ​ແມ່ນ​ເສດ​ຖະ​ກິດ, ການ​ຄ້າ, ການ​ລົງ​ທຶນ, ການ​ທ່ອງ​ທ່ຽວ, ​ການພົວ​ພັນ​ແລກ​ປ່ຽນ​ປະ​ຊາ​ຊົນ, ຮ່ວມ​ມື​ໃນ​ບັນ​ດາ​ເວ​ທີ​ປາ​ໄສຫຼາຍ​ຝ່າຍ ນຳ​ມ​າ​ເຊິ່ງ​ຜົນ​ປະ​ໂຫຍດ​ແທດ​ຈິງ​ໃຫ້​ແກ່​ປະ​ຊາ​ຊົນ 2 ປະ​ເທດ, ສົມ​ກັບ​ການ​ພົວ​ພັນ​ດ້ານ​ການ​ເມືອງ​ອັນ​ດີ​ງາມ, ຄວາມ​ສາ​ມາດ​ບົ່​ມ​ຊ້ອນ, ທ່າ​ແຮງ ແລະ ຄວາມ​ມຸ່ງ​ມາດ​ປາດ​ຖະ​ໜາ​ຂອງ 2 ຝ່າຍ.


ຂ່າວ/ບົດ​ອື່ນ