ນາຍົກລັດຖະມົນຕີຫງວຽນເຕີນຢຸງຕ້ອນຮັບເອກອັກຄະລັດຖະທູດຍີ່ປຸ່ນ

ນາຍົກລັດຖະມົນຕີຫງວຽນເຕີນຢຸງຕ້ອນຮັບເອກອັກຄະລັດຖະທູດຍີ່ປຸ່ນ - ảnh 1
ທ່ານນາຍົກລັດຖະມົນຕີຫງວຽນເຕີນຢຸງ
ຕ້ອນຮັບເອກອັກຄະລັດຖະທູດຍີ່ປຸ່ນ
(ພາບ: VGP)


​(vovworld) - ກ່ອນ​ທີ່​​ເຂົ້າ​ຮ່ວມກອງ​ປະຊຸມສຸດ​ຍອດແມ່​ຂອງ - ຍີ່ປ​ຸ່ນ ຄັ້ງ​ທີ 7 ​ແລະ ໄປຢ້ຽມຢາມ, ​ເຮັດ​ວຽກ​ຢູ່​ຍີ່ປຸ່ນ, ຕອນບ່າຍ​ວັນ​ທີ 26/06, ຢູ່​ສຳນັກງານ​ລັດຖະບານ, ທ່າ​ນນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ເອກ​ອັກຄະ​ລັດຖະທູດ​ຍີ່ປຸ່ນ Hiroshi Fukada. ທີ່​ການ​ຕ້ອນຮັບ, ທ່ານ​ນາຍົກລັດຖະມົນຕີ ​ໄດ້​ຂອບ​ໃຈ​ທ່ານ​ນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe ​ໄດ້​ວາງ​ບັນຫາ​ດຳ​ເນີນ​ການ​ເຈລະຈາ​ລະຫວ່າງ​ນາຍົກລັດຖະມົນຕີ 2 ປະ​ເທດ ພາຍຫຼັງ​ສິ້ນ​ສຸດກອງ​ປະຊຸມ​ແມ່​ຂອງ - ຍີ່ປຸ່ນ, ​ເພື່ອ​ແນ​ໃສ່​ຊຸກ​ຍູ້​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ໃນ​ທຸກ​ຂົງ​ເຂດ​ກວ່າ​ອີກ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​​ເຕີນ​ຢຸງ ຢືນ​ຢັນ​ວ່າ, ຫວຽດນາມ ຖື​ເປັນ​ສຳຄັນ ​ແລະ ປາດ​ຖະໜາ​ຢາກ​ພ້ອມ​ກັບ​ຍີ່ປຸ່ນ ສືບ​ຕໍ່​ຜັນ​ຂະຫຍາຍ​ບັນດາ​ຂໍ້​ຕົກລົງ​ທີ່​ບັນລຸ​ໄດ້ ​ໃນ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຢ່າງ​ເລິກ​ເຊິ່ງກວ້າງ​ຂວາງ​ລະຫວ່າງ 2 ປະ​ເທດ​ໃນ​ທຸກ​ຂົງ​ເຂດ, ​ເພື່ອຄວາມ​ສະ​ໜິດຕິດ​ພັນ, ໝັ້ນຄົງ​ຍາວ​ນານ​ລະຫວ່າງ 2 ຊາດ, ​ເພື່ອ​ຜົນ​ປະ​ໂຫຍ​ດລວມ ແລະ ການ​ພັດທະນາລວມຂອງ​ທັງ 2 ປະ​ເທດ.

      ທ່ານ​ເອກອັກຄະ​ລັດຖະທູດ Hiroshi Fukada ​ເຊື່​​ອໝັ້ນ​ວ່າ, 2 ຝ່າຍ​ຈະ​​ແລກປ່ຽນ​ບັນດາ​ບັນຫາ​ຮ່ວມ​ມືລະຫວ່າງ 2 ຝ່າຍຢ່າງ​ເລິກ​ເຊິ່ງ, ກວ້າງຂວາງ ກໍ​ຄື​ແລກປ່ຽນ​ບັນດາ​ບັນຫາ​ພາກ​ພື້ນ ​ແລະ ສາກົນ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ.

ຂ່າວ/ບົດ​ອື່ນ