ນາຍົກລັດຖະມົນຕີຫງວຽນເຕີ໋ນຢຸງພົບປະກັບປະທານາທິບໍດີເບລາຣຸດ

ນາຍົກລັດຖະມົນຕີຫງວຽນເຕີ໋ນຢຸງພົບປະກັບປະທານາທິບໍດີເບລາຣຸດ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ໋ນຢຸງ​ພົບ​ປະ​ກັບ​
ທ່ານ​ປະທານາທິບໍດີ ​ເບ​ລາຣຸດ Aleksandr Lukashenko
(ພາບ: VGP/NhatBac)

(vovworld) – ທີ່​ການ​ພົບ​ປະ​ກັບ​ທ່ານ​ປະທານາທິບໍດີ ​ເບ​ລາຣຸດ Aleksandr Grigorievich Lukashenko ຕອນ​ບ່າຍ​ວັນ​ທີ 09/12, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ໋ນຢຸງ ຖື​ວ່າ: ການ​ຢ້ຽມຢາມ ຫວຽດນາມ ຂອງທ່ານ​ປະທານາທິບໍດີ ​ເບ​ລາຣຸດ ​ແມ່ນ​ຂີດໝາຍ​ໃໝ່ ປະກອບສ່ວນ​ນຳ​ການ​ພົວພັນ ຫວຽດນາມ - ​ເບ​ລາຣຸດ ພັດທະນາ​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ໋ນຢຸງ ຢືນຢັນ​ວ່າ: ຫວຽດນາມ ​ຖື​ເປັນ​ສຳຄັນ​ພິ​ເສດ ​ແລະ ປາດ​ຖະໜາ​ຢາກ​ພ້ອມ​ກັບ ​ເບ​ລາຣຸດ ມານະ​ພະຍາຍາມ ​​ສືບ​ຕໍ່​ນຳ​ການ​ພົວພັນ 2 ປະ​ເທດ​​ໃຫ້ນັບມື້​ນັບ​​ເລິກ​ເຊິ່ງ, ​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ, ​ເພື່ອ​ຜົນ​ປະ​ໂຫຍ​ດ ​ແລະ ​ເພື່ອ​ການ​ພັດທະນາ​ລວມ​ຂອງ 2 ປະ​ເທດ, 2 ຊາດ.

        ສ່ວນ​ທ່ານ​ປະທານາທິບໍດີ Lukashenko ຖື​ວ່າ: ຫວຽດນາມ ​ແລະ ​ເບ​ລາຣຸດ ຄວນ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນກ່ວາ​ອີກ ​ແລະ ສົມທົບ​ກັນ​ຜັນ​ຂະຫຍາຍ​ບັນດາ​ຂໍ້​ຕົກລົງ​ ​ເຊິ່ງກາ​ນນຳ​ຂັ້ນ​ສູງ 2 ປະ​ເທດ​ບັນລຸ​​ໄດ້​ໃຫ້​ສຳ​ເລັດ​ຜົນ, ​ພິ​ເສດ​ແມ່ນ​ການ​ຮ່ວມ​ມື​ດ້ານ​ເສດ​ຖະກິດ, ການ​ຄ້າ, ການ​ລົງທຶນ. ທ່ານ​ປະທານາທິບໍດີ ​ Lukashenko ​ແລະ ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ໋ນຢຸງ ລ້ວນ​ແຕ່​ເຫັນ​ດີ​ເປັນ​ເອກະສັນ ຊຸກຍູ້​ການ​​ໃຫ້ສັດຕະຍາບັນ ​ແລະ ຜັນ​ຂະຫຍາຍ​ສັນຍາ​ການ​ຄ້າ​ເສລີ​ລະຫວ່າງ ຫວຽດນາມ ກັບ​ພັນທະ​ມິດ​ເສດຖະກິດ ອາຊີ - ​ເອີ​ລົບ, ​ໃນ​ນັ້ນ​ມີ ເບ​ລາຣຸດ. ການ​ນຳ 2 ທ່ານ​ກໍ​ເຫັນ​ດີ​ເປັນ​ເອກະ​ພາບ​ກ່ຽວ​ກັບ​ເລື່ອງ ຫວຽດນາມ ໜູນ​ຊ່ວຍ​ບັນດາ​ສະມາຊິກ​ພັນທະ​ມິດ​ເສດຖະກິດ ອາຊີ - ​ເອີ​ລົບ, ​ໃນ​ນັ້ນມີ ເບ​ລາຣຸດ, ​ເປີດ​ກ້ວາງ​ການ​ພົວພັນ ​ແລະ ສຳ​ຜັດ​ກັນ​ຕະຫລາດ ອາ​ຊຽນ.

        ​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ປະທານາທິບໍດີ Lukashenko ​ເຊີນ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ່ນ​ຢຸງ ຢ້ຽມຢາມ ສ. ເບ​ລາຣຸດ ຢ່າງ​ເປັນ​ທາງ​ການ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ໋ນຢຸງ ​ໄດ້​ຮັບ​ຄຳ​ເຊີນ ​ແລະ ສະ​ເໜີ​ມອບ​ໃຫ້​ກະຊວງ​ການ​ຕ່າງປະ​ເທດ 2 ປະ​ເທດ​ສົມທົບ​ກັນ​ກະກຽ​ມ.

ຂ່າວ/ບົດ​ອື່ນ