ນາຍົກລັດຖະມົນຕີຫງວຽນເຕີນຢູ້ງອອກເດີນທາງຢ້ຽມຢາມແລະເຮັດວຽກຢູ່ເອີລົບ

ນາຍົກລັດຖະມົນຕີຫງວຽນເຕີນຢູ້ງອອກເດີນທາງຢ້ຽມຢາມແລະເຮັດວຽກຢູ່ເອີລົບ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ
(ພາບ​ປະ​ກອບ)

(vovworld) – ຕອນ​ເຊົ້າ​ວັນ​ທີ 12/10, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ ນຳ​ໜ້າ​ຄະ​ນະ​ຜູ້​ແທນ ຫວຽດ​ນາມ ໄດ້​ອອກ​ເດີນ​ທາງ​ຢ້ຽມ​ຢາມ ລາ​ຊະ​ອາ​ນາ​ຈັກ​ແບນ​ຊິກ, ສະ​ຫະ​ພາບ​ເອີ​ລົບ (EU), ສະ​ຫະ​ພັນ ເຢ​ຍ​ລະ​ມັນ (ແຕ່​ວັນ​ທີ 13 – 15/10), ເຂົ້າ​ຮ່ວມກອງ​ປະ​ຊຸມ​ຂັ້ນ​ສູງ ອາ​ຊີ - ເອີ​ລົບ ຄັ້ງ​ທີ 10 (ASEM 10) ຢູ່ ມີ​ລານ, ປະ​ເທດ ອີ​ຕາ​ລີ (ແຕ່​ວັນ​ທີ 16 – 17/10) ແລະ ຢ້ຽມ​ຢາມ​ສຳ​ນັກ ວານ​ຕີ​ກັງ (ວັນ​ທີ 18/10/2014).

        ການ​ຢ້ຽມ​ຢາມ​ຢ່າງ​ເປັນ​ທາງ​ການ​ລາ​ຊະ​ອາ​ນາ​ຈັກ ແບນ​ຊິກ ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ ເພື່ອ​ແນ​ໃສ່​ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື 2 ຝ່າຍ​ລະ​ຫວ່າງ 2 ປະ​ເທດ​ໃນ​ບັນ​ດາ​ຂົງ​ເຂດ, ພິ​ເສດ​ແມ່ນ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ທ່າ​ກຳ​ປັ່ນ, ​ການບໍ​ລິ​ການ, ການ​ເຕີບ​ໂຕ​ຂຽວ, ເຕັກ​ໂນ​ໂລຢ​ີ​ສູງ, ອຸ​ປະ​ຖຳ​ພັດ​ທະ​ນາ, ພ້ອມ​ທັງ 2 ຝ່າຍກໍ່​ຈະ​ແລກ​ປ່ຽນ​ບັນ​ດາ​ບັນ​ຫາ​ສາ​ກົນ ແລະ ພາກ​ພື້ນ​ຕ່າງ​​ຝ່າຍ​ຕ່າງມີ​ຄວາມ​ສົນ​ໃຈ. ການ​ຢ້ຽມ​ຢາມ EU ຂອງ ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ ເພື່ອ​ແນ​ໃສ່​ແລກ​ປ່ຽນ​ທິດ​ທາງ​ຮ່ວມ​ມື ຫວຽດ​ນາມ - ອີ​ຢູ ໃນ​ໄລ​ຍະ​ຈະ​ມາ​ເຖິງ, ຊຸກ​ຍູ້​ໃຫ້​ສຳ​ເລັດ​ການ​ເຈ​ລະ​ຈາ​ສັນ​ຍາ​ການ​ຄ້າ​ເສ​ລີ ອີ​ຢູ - ຫວຽດ​ນາມ (EVFTA) ແລະ ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ເພີ່ມ​ທະ​ວີ​ການ​ສົມ​ທົບ​ກັນ​ຢູ່​ບັນ​ດາ​ເວ​ທີ​ປາ​ໄສຫຼາຍ​ຝ່າຍ​ຄື ສປ​ຊ, ASEM, ASEAN – EU. ສຳ​ລັບ ເຢຍ​ລະ​ມັນ, ໃນ​ການ​ຢ້ຽມ​ຢາມ​ຄັ້ງ​ນີ້, 2 ຝ່າຍ​ຈະ​ຜັນ​ຂະ​ຫຍາຍ​ແຜນ​ການ​ເຄື່ອນ​ໄຫວ​ຍຸດ​ທະ​ສາດ ຫວຽດ​ນາມ - ເຢຍ​ລະ​ມັນ, ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ 2 ປະ​ເທດ ໃນ​ບັນ​ດາ​ຂົງ​ເຂດ. ພິ​ເສດ​ແມ່ນ​ກະ​ກຽມ​ໃຫ້​ການ​ເຄື່ອນ​ໄຫວ​ສະ​ເຫຼີມ​ສະຫຼອງ 40 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ ຫວຽດ​ນາມ - ເຢຍ​ລະ​ມັນ​ໃນ​ປີ 2015 ແລະ ແລກ​ປ່ຽນ​ບັນ​ດາ​ບັນ​ຫາ​ສາ​ກົນ ແລະ ພາ​ກ​ພື້ນ​ຕ່າງ​ຝ່າຍມີ​ຄວາມ​ສົນ​ໃຈ. ເຂົ້າ​ຮ່ວມກອງ​ປະ​ຊຸມ​ຂັ້ນ​ສູງ ອີ​ຊີ - ເອີ​ລົບ ຄັ້ງ​ທີ 10 ຢູ່ ມີ​ລານ, ອີ​ຕາລີ, ຫວຽດ​ນາມ ຈະ​​ສືບ​ຕໍ່ເປັນ​ເຈົ້າ​ການ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ບັນ​ດາ​ເນື້ອ​ໃນ​ສຳ​ຄັນ​ຂອງກອງ​ປະ​ຊຸມ, ສົມ​ທົບ​ກັນ​ໃນ​ບັນ​ດາ​ບັນ​ຫາ​ພັດ​ທະ​ນາ, ປ້ອງ​ກັນ​ຄວາມ​ສະ​ຫງົບ… ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ ຢ້ຽມ​ຢາມ​ສຳ​ນັກ​ ວານ​ຕີ​ວັງ ຕາມ​ຄຳ​ເຊື້ອ​ເຊີນ​ຂອງ ​ອົງ​ສັນ​ທະ​ປະ​ປາ Franci ໃນ​ວັນ​ທີ 18/10 ຈະ​ມາ​ເຖິງ​ເພື່ອ​ແນ​ໃສ່​ສືບ​ຕໍ​ຊຸກ​ຍູ້​ການ​ພົວ​ພັນ ຫວຽດ​ນາມ - ວານ​ຕີ​ວັງ​ຍິ່ງ​ກ່​ວາ​ອີກ.


ຂ່າວ/ບົດ​ອື່ນ