ນາຍົກລັດຖະມົນຕີຫງວຽນເຕິ໋ນຢຸງເຂົ້າຮ່ວມພິທີເປີດສະຫຼອງໂຮງງານໄຟຟ້າພະລັງຄວາມຮ້ອນ

ນາຍົກລັດຖະມົນຕີຫງວຽນເຕິ໋ນຢຸງເຂົ້າຮ່ວມພິທີເປີດສະຫຼອງໂຮງງານໄຟຟ້າພະລັງຄວາມຮ້ອນ - ảnh 1
(ພິທີເປີດສະຫຼອງໂຮງງານໄຟຟ້າພະລັງຄວາມຮ້ອນ)

(vovworld) - ຕອນ​ເຊົ້າ​ວັນ​ທີ 17/9, ທ່ານນາຍົກລັດຖະມົນຕີ ຫງວຽນເຕິ໋ນຢຸງ​ ພ້ອມ​ກັບ​ຄະນະ​ປະຕິບັດ​ງານ​ລັດຖະບານ ​ໄດ້ເຂົ້າ​ຮ່ວມ​ພິທີ​ເປີດ​ສະຫຼອງ​ໂຮງງານ​ໄຟຟ້າ​ພະລັງ​ຄວາມ​ຮ້ອນ ຫວຸງອ໋າງ 1 ຢູ່​ຕາ​ແສງ ກີ່​ເລີ້​ຍ, ​ເມືອງ ກີ່​ແອ​ງ, ​ແຂວງ ຮ່າ​ຕິ໋ງ. ນີ້​ແມ່ນ​ໂຄງການ​ມີ​ຍອດ​ຈຳນວນ​ທຶນ​ເກືອບ 1,25 ຕື້ USD. ນີ້​ແມ່ນໂຮງງານ​ໄຟຟ້າ​ພະລັງ​ຄວາມ​ຮ້ອນ​ໃຫຍ່​ສຸດ​ຢູ່​ຫວຽດນາມ ນັບ​ແຕ່​ກ່ອນ​ມາ​ຮອດ​ປະຈຸ​ບັນ. ກ່າວ​ຄວາມ​ເຫັນ​ນະ​ພິທີ, ທ່ານນາຍົກລັດຖະມົນຕີ ຫງວຽນເຕິ໋ນຢຸງ​  ຖື​ວ່າ: ການ​ນຳໂຮງງານ​ໄຟຟ້າ​ພະລັງ​ຄວາມ​ຮ້ອນ ຫວຸງອ໋າງ 1​ເຂົ້າ​ເຄື່ອນ​ໄຫວ ​ເປັນ​ການ​ຢືນຢັນ​​ແຜນ​ນະ​ໂຍບາຍ​ຖືກຕ້ອງ​ຂອງ​ຫວຽດນາມ ​ແມ່ນ​ສົ່ງ​ເສີມ​ການ​ລົງທຶນ​ຕ່າງປະ​ເທດ ​ແຕ່​ຕ້ອງ​ເສີມ​ຂະຫຍາຍກຳລັງພາຍ​ໃນຢ່າງ​ແຮງ ບົນ​ເສັ້ນທາງ​ຫັນ​ເປັນ​ປະ​ເທດ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ. ທ່ານນາຍົກລັດຖະມົນຕີ ຫງວຽນເຕິ໋ນຢຸງ​ ສະ​ເໜີ​ແຂວງ ຮ່າ​ຕິ້ງ​ເສີມ​ຂະຫຍາຍ​ປະສິດທິ​ຜົນ, ກຳລັງ​ຄວາມ​ສາມາດ, ທ່າ​ສະດວກ​ຂອງ​ເຂດ​ເສດຖະກິດ ຫວຸງອ໋າງ. ​ເຮັດ​ໃຫ້ ຫວຸງອ໋າງ ກາຍ​ເປັນ​ເຂດ​ເສດຖະກິດ​ພື້ນຖານ​ໃນ​ເຂດ​ທິ​ດ​ເໜືອ​ພາກ​ກາງ, ປະກອບສ່ວນ​ພ້ອມ​ກັບ​ທົ່ວ​ປະ​ເທດ ຍູ້​ໄວ​ວິວັດ​ການ​ຫັນ​ເປັນ​ປະ​ເທດ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ.

ຂ່າວ/ບົດ​ອື່ນ