ນາຍົກລັດຖະມົນຕີຫງວຽນເຕີນຢູ້ງເຂົ້າຮ່ວມພິທີເລີ່ມລົງມືກໍ່ສ້າງຫຼາຍໂຄງການສຳຄັນຢູ່ແຂວງກຽນຢາງ
ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູ້ງ ໄດ້ເຂົ້າຮ່ວມ ແລະ ອອກຄຳ
ສັ່ງເລີ່ມລົງມືກໍ່ສ້າງໂຮງຮຽນ ມັດທະຍົມ ຫວໍວັນກຽດ
(ພາບ: vovgiaothong.vn)
|
(vovworld) – ຕອນເຊົ້າວັນທີ 28/4, ຄະນະກຳມະການປະຊາຊົນ ແຂວງ ກຽນຢາງ ໄດ້ຈັດຕັ້ງພິທີວາງສີລາລຶກເພື່ອດຳເນີນການກໍ່ສ້າງ 3 ໂຄງການຈຸດສຸມໃນແຂວງ ນັ້ນແມ່ນ: ໂຮງໝໍຫຼາຍຂະແໜງໃໝ່ແຂວງ ກຽນຢາງ, ໂຮງຮຽນ ມັດທະຍົມ ຫວໍວັນກຽດ ແລະ ເຂດຕົວເມືອງ ໄຕແຣກຢ໋າ. ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູ້ງ ໄດ້ເຂົ້າຮ່ວມ ແລະ ອອກຄຳສັ່ງເລີ່ມລົງມືກໍ່ສ້າງບັນດາກິດຈະກຳນີ້.
ໂຮງໝໍຫຼາຍຂະແໜງໃໝ່ແຂວງ ກຽນຢາງ ມີຍອດເງິນລົງທຶນເກືອບ 3.000 ຕື້ດົ່ງ, ຄາດວ່າຈະໄດ້ຮັບການກໍ່ສ້າງສຳເລັດໃນປີ 2018. ກໍ່ໃນຕອນເຊົ້າວັນດຽວກັນ, ຄະນະກຳມະການປະຊາຊົນແຂວງ ກຽນຢາງ ກໍ່ໄດ້ເລີ່ມລົງມືກໍ່ສ້າງໂຮງຮຽນ ມັດທະຍົມ ຫວໍວັນກຽດ. ນີ້ແມ່ນໂຄງການໄດ້ຮັບການອຸປະຖຳຈາກແຫຼ່ງທຶນຂົນຂວາຍຈາກສັງຄົມ ທີ່ມີມູນຄ່າກ່ວາ 100 ຕື້ດົ່ງ. ສະເພາະເຂດຕົວເມືອງໃໝ່ ໄຕແຣກຢ໋າ ໄດ້ຮັບການກໍ່ສ້າງໃນເນື້ອທີ່ດິນເກືອບ 100 ha. ໂຄງການໄດ້ຮັບການລົງທຶນດ້ວຍແຫຼງເງິນນອກງົບປະມານລວມມູນຄ່າກ່ວາ 1.300 ຕື້ດົ່ງ. ໂຄງການເພື່ອແນໃສ່ເຊື່ອມຕໍ່ກັບລະບົບພື້ນຖານໂຄງລ່າງເຕັກນິກລວມຂອງນະຄອນ ແຣກຢ໋າ.