ນາຍົກລັດຖະມົນຕີຫງວຽນເຕີນຢຸງເຄື່ອນໄຫວຢ້ຽມຢາມາເລເຊຍ

ນາຍົກລັດຖະມົນຕີຫງວຽນເຕີນຢຸງເຄື່ອນໄຫວຢ້ຽມຢາມາເລເຊຍ - ảnh 1
(ທ່ານນາຍົກລັດຖະມົນຕີຫງວຽນເຕີນຢຸງ
ເລີ່ມຕົ້ນບັນດາການເຄື່ອນໄຫວຢ້ຽມຢາມາເລເຊຍ)


​​(vovworld) - ຕອນ​ເຊົ້າ​ວັນ​ທີ 07/08, ທ່ານ​ນາຍົກລັດຖະມົນຕີ ຫງວຽ​ນ​ເຕີນ​ຢຸງ ​ແລະ ພັນ​ລະ​ຍາ ພ້ອມ​ກັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ລັດຖະບານ​ຫວຽດນາມ ​ໄດ້​ໄປ​ເຖິງ ກົວ​ລາ​ລຳ​ເປີ, ປະ​ເທດ​ມາ​ເລ​ເຊ​ຍ, ​ເລີ່​ມຕົ້ນ​ການ​ຢ້ຽມຢາມ​ມາ​ເລ​ເຊຍ ຢ່າງ​ເປັນ​ທາງ​ການ ​ເປັນ​ເວລາ 2 ວັນ, ຕາມ​ຄຳ​ເຊີນ​ຂອງ​ທ່ານ​ນາຍົກລັດຖະມົນຕີມາ​ເລ​ເຊ​ຍ Najip Razak. ພາຍຫຼັງພິທີ​ຕ້ອນຮັບ​ຢ່າງ​ເປັນ​ທາງ​ການ ຊຶ່ງດຳ​ເນີນ​ໄປ​ຢູ່​ສຳນັກງານ​ນາຍົກລັດຖະມົນຕີມາ​ເລ​ເຊຍ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​​ພ້ອມ​ກັບ​ທ່ານ​ນາຍົກລັດຖະມົນຕີ Najip Razak ດຳ​ເນີນ​ການ​ເຈລະຈາ, ພ້ອມ​ກັນ​ແລກປ່ຽນການ​ກຳນົດ​ທິ​ດທີ່ໃຫຍ່​ຫຼວງຢ່າງເລິກ​ເຊິ່ງ, ກວ້າງ​ແຂວງ ​ແລະ ບັນ​ດາ​ມາດ​ຕະການ​ລະອຽດ​ເພື່ອ​ຮັດ​ແໜ້ນ​ການ​ພົວພັນ​ມິດຕະພາບ​ລະຫວ່າງ​ຫວຽດນາມ - ມາ​ເລ​ເຊຍ ​ແລະ ຍູ້​ແຮງ​ການ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ຕາມ​ທິດ​ຮອບດ້ານ, ​ແທດ​ຈິງກວ່າ. ທ່າ​ນ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫງວຽນ​ເຕີ້​ນຢຸງ ເນັ້ນ​ໜັກ​ທີ່​ການ​ປະ​ຊຸມ​ຂ່າວ​ພາຍຫຼັງ​ການ​ເຈ​ລະ​ຈາ​ວ່າ :

   “ທ່າ​ນ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ທັງ 2 ໄດ້​ຕົກ​ລົງ​ຍົກ​ລະ​ດັບ​ການ​ພົວ​ພັນ​ຮ່ວມ​ມື​ຮອບ​ດ້າ​ນຫວຽດ​ນາມ-ມາ​ເລ​ເຊຍ​ກາຍ​ເປັນ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ. ພວກ​ຂ້າ​ພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ ການ​ຜັນ​ຂະ​ຫຍາຍ​ການ​ພົວ​ພັນ ຄູ່​ຮ່ວມ​ມື​ຍຸດ​ທະ​ສາດຫວຽດ​ນາມ-ມາ​ເລ​ເຊຍ ຈະ​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ໃຫ້​ແກ່​ປະ​ຊາ​ຄົມ​ອາ​ຊຽນ, ຮັກ​ສາ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ ແລະ ການ​ພັດ​ທະ​ນ​າ​ໃນ​ພາກ​ພື້ນ ແລະ ໃນ​ໂລກ”

     ສິ້ນ​ສຸດ​ການ​ເຈ​ລະ​ຈາ , ທ່າ​ນ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫງວຽນ​ເຕີ້​ນຢຸງ ພ້ອມ​ກັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ມາ​ເລ​ເຊຍ Razak ໄດ້​ລົງ​ນາມ​ໃນ​ຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບ​ຂອບ​ເຂດ​ການ​ພົວ​ພັນ ຄູ່​ຮ່ວມ​ມື​ຍຸດ​ທະ​ສາດຫວຽດ​ນາມ-ມາ​ເລ​ເຊຍ. ທ່າ​ນ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ທັງ 2 ຍັງເປັນ​ສັກ​ຂີ​ພິ​ຍານ​ພິ​ທີ​ລົງ​ນາມ​ໃນ​ເອ​ກະ​ສານ​ຮ່ວ​ມ​ມື​ບາງ​ສະ​ບັບ​ລະ​ຫວ່າງ 2 ປະ​ເທດ.

 

ຂ່າວ/ບົດ​ອື່ນ