ນາຍົກລັດຖະມົນຕີຫງວຽນເຕີ້ນຢຸງ ຊີ້ນຳແກ້ໄຂຜົນຮ້າຍຈາກສະພາບຝົນຕົກໜັກ, ນ້ຳຖ້ວມ

ນາຍົກລັດຖະມົນຕີຫງວຽນເຕີ້ນຢຸງ ຊີ້ນຳແກ້ໄຂຜົນຮ້າຍຈາກສະພາບຝົນຕົກໜັກ, ນ້ຳຖ້ວມ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ເຕີ້ນ​ຢຸງ


(vovworld)-   ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ເຕີ້ນ​ຢຸງ ຫາ​ກໍ​ສົ່ງ​ໂທ​ລະ​ເລກ​ທາງ​ການ​ເຖິງ​ບັນ​ດາ​ກະ​ຊວງ, ຂ​ະ​ແໜງ​ການ ແລະ ທ້ອງ​ຖິ່ນ​ຕ່າງໆ ກ່ຽວ​ກັບ​ການ​ຮັບ​ມື, ແກ້​ໄຂ​ຜົນ​ຮ້າຍ​ຈາກ​ສະ​ພາບ​ຝົນ​ຕົກ​ໜັກ, ນ້ຳ​ຖ້ວມ​ຢູ່​ພາກ​ເໜືອ. ໃນ​ໂທ​ລະ​ເລກ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ເຕີ້ນ​ຢຸງ ໄດ້​ສົ່ງ​ຄຳ​ຢື້​ຢາມ​ຖາມ​ຂ່າວ, ແບ່ງ​ເບົ່າ​ຄວາມ​ເສົ້າສະຫຼົດ​ໃຈ​ຢ່າງເລິກ​ເຊິ່ງ​ມາ​ຍັງ​ຍດ​ພີ​ນ້ອງ​ບັນ​ດາ​ຜູ້​ຖືກ​ເສຍ​ຊີ​ວິດ, ແບ່ງ​ເບົ່າ​ຄວາມ​ສູນ​ເສຍ, ຄວາມ​ຫຍຸ້ງ​ຍາກ​ຂອງ​ພໍ່​ແມ່​ປະ​ຊາ​ຊົນ ແລະ ອຳ​ນາດ​ການ​ປົກ​ຄອງ​ທ້ອງ​ຖິ່ນ. ຕາມ​ການ​ພະ​ຍາ​ກອນ​ແລ້ວ, ໃນ​ຊຸມມື້​ທີ່​ຈະ​ມາ​ເຖິງ, ສະ​ພາບ​ຝົນ​ຕົກ ແລະ ນ້ຳ​ຖ້ວມ​ຍັງ​ຜັນ​ແປ​ສັບ​ສົນ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ເຕີ້ນ​ຢຸງ ສະ​ເໜີ​ອຳ​ນາດ​ການ​ປົກ​ຄອງ​ບັນ​ດາ​ແຂວງ, ນະ​ຄອນຂຶ້ນ​ກັບ​ສູນ​ກາງ, ບັນ​ດາ​ກະ​ຊວງ, ຂ​ະ​ແໜງ​ການ ແລະ ທ້ອງ​ຖິ່ນ​ຕ່າງໆ ຈົ່ງ​ສຸມ​ໃສ່​ຊີ້​ນຳ​ການ​ຮັບ​ມື, ແກ້​ໄຂ​ຜົນ​ຮ້າຍ​ຈາກ​ສະ​ພາບ​ຝົນ​ຕົກ​ໜັກ, ນ້ຳ​ຖ້ວມ​, ຊອກ​ຫາ​ຜູ້​ຫາຍ​ສາບ​ສູນ, ປິ​ນ່​ປົວ​ຜູ້​ຮັບ​ບາດ​ເຈັບ ແລະ ຊ່ວຍ​ບັນ​ເທົາ​ທຸກ​ແກ່​ບັນ​ດາ​ຄອບ​ຄົວ​ຖືກ​ຂາດ​ແຄນ​ທັນ​ຍາ​ຫານ, ຖືກ​ຕັດ​ແຍກ​ຍ້ອນ​ນ້ຳ​ຖ້ວມ, ບໍ່​ປະ​ໃຫ້​ຜູ້​ຖືກ​ອິດ​ຫິວ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ເຕີ້ນ​ຢຸງ ສະ​ເໜີ​ໃຫ້​ສືບ​ຕໍ່​ກວດ​ກາ​ບັນ​ດາ​ສະ​ຖານ​ທີ່​ທີ່​ອາດ​ຈະ​ເກີດ​ມີ​ດິນ​ເຊາະ​ເຈືອນ, ນ້ຳ​ແກ່ງ​ຖ້ວມ ເພື່ອ​ເປັນ​ເຈົ້າ​ການ​ຍົກ​ຍ້າຍ​ປະ​ຊາ​ຊົນ​ໄປ​ຍັງ​ເຂດ​ປອດ​ໄພ,  ພ້ອມ​ກັນ​ກໍ​ເພີ່ມ​ທະ​ວີ​ວຽກ​ງານ​ຖະ​ແຫຼງ​ຂ່າວ, ໂຄ​ສະ​ນາ​ໃຫ້​ປະ​ຊາ​ຊົນ​ຮັບ​ຊາບ ສະ​ພາບ​ຝົນ​ຕົກ ແລະ ນ້ຳ​ຖ້ວມ​ທີ່ຜັນ​ແປ​ຢ່າງສັບ​ສົນ.
ຂ່າວ/ບົດ​ອື່ນ