ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກພົບປະກັບປະທານາທິບໍດີ ຝລັ່ງ Francois Hollande
(vovworld) - ວັນທີ 27/5, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ມີການພົບປະສອງຝ່າຍກັບປະທານາທິບໍດີ ຝລັ່ງ, ນາຍົກລັດຖະມົນຕີ ການາດາ, ປະທານຄະນະກຳມະການເອີລົບ (ອີຊີ) ແລະ ປະທານສະພາເອີລົບ. ທີ່ບັນດາການພົບປະ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢືນຢັນວ່າ, ລັດຖະບານ ຫວຽດນາມຕັດສິນໃຈເຮັດໃຫ້ການພົວພັນນັບມື້ນັບເລິກເຊິ່ງ, ແທດຈິງ, ພິເສດແມ່ນໃນການຮ່ວມມືດ້ານເສດຖະກິດ. ທ່ານນາຍົກລັດຖະມົນຕີຫວັງວ່າ, ບັນດາປະເທດ ແລະ ຄູ່ຮ່ວມມືຕ່າງໆຈະໜູນຊ່ວຍ ຫວຽດນາມເພີ່ມທະວີບົດບາດ ແລະ ຄວາມຮັບຜິດຊອບຢູ່ບັນດາອົງການຈັດຕັ້ງສາກົນ. ກ່ຽວກັບບັນຫາທະເລຕາເວັນອອກ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຊົມເຊີຍບັນດາປະເທດໄດ້ມີຫຼັກໝັ້ນຢ່າງຕັ້ງໜ້າ, ສະໜັບສະໜູນ ຫວຽດນາມ ແລະ ອາຊຽນໃນການແກ້ໄຂບັນດາຄວາມຂັດແຍ້ງກັນຢູ່ທະເລຕາເວັນອອກໂດຍສັນຕິວິທີ, ເໝາະສົມກັບກົດໝາຍສາກົນ, ໃນນັ້ນມີສົນທິສັນຍາ ສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982, ຮັບປະກັນຄວາມປອດໄພ, ຄວາມເສລີໃນການເດີນທະເລ, ການບິນຢູ່ທະເລຕາເວັນອອກ, ປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບ, ຄວາມວັດທະນາຖາວອນ ແລະ ການພັດທະນາໃນພາກພື້ນ ແລະ ຢູ່ໃນໂລກ.
ທີ່ການພົບປະກັບປະທານາທິບໍດີ ຝລັ່ງ Francois Hollande, ການນຳທັງສອງທ່ານໄດ້ເຫັນດີເປັນເອກະສັນຕໍ່ບັນດາມາດຕະການຊຸກຍູ້ວົງເງິນການຄ້າສອງຝ່າຍໃຫ້ເພີ່ມຂຶ້ນທົບສອງເທົ່າໃນໄລຍະຈະມາເຖິງ, ພ້ອມທັງເພີ່ມທະວີການຮ່ວມມືຢ່າງແໜ້ນແຟ້ນເພື່ອຜັນຂະຫຍາຍບັນດາຂໍ້ຕົກລົງກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ COP21 ຢ່າງມີປະສິດທິຜົນ.
ທີ່ການພົບປະກັບທ່ານ Justin Trudeau, ນາຍົກລັດຖະມົນຕີ ການາດາ. ທ່ານ ນາຍົກລັດຖະມົນຕີ ການາດາ ຢືນຢັນຈະສືບຕໍ່ໜູນຊ່ວຍ, ລົງທຶນໃຫ້ ຫວຽດນາມ ເພື່ອນຳມາເຊິ່ງກາລະໂອກາດພັດທະນາໃໝ່ໃຫ້ ຫວຽດນາມ; ກໍ່ຄືສະໜັບສະໜູນ ຫວຽດນາມເປັນກຳມະການບໍ່ປະຈຳການຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ອາຍຸການ 2020-2021; ໝັ້ນໝາຍຈະສືບຕໍ່ສ້າງເງື່ອນໄຂສະດວກ ເພື່ອໃຫ້ປະຊາຄົມຊາວ ຫວຽດນາມປະຈຳ ການາດາປະກອບສ່ວນຫຼາຍກວ່າອີກເຂົ້າໃນການພົວພັນລະຫວ່າງສອງປະເທດ.
ທີ່ການພົບປະກັບທ່ານ Jean-Claude Huncker ປະທານ ອີຊີ ແລະ ທ່ານ Donald Tusk, ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີ ສະຫະພາບເອີລົບ (ອີຢູ) ສົມທົບກັນຢ່າງແໜ້ນແຟ້ນ ແລະ ໜູນຊ່ວຍດ້ານເຕັກນິກເພື່ອໃຫ້ ຫວຽດນາມຜັນຂະຫຍາຍສັນຍາແມ່ຄູ່ຮ່ວມມື ແລະ ຮ່ວມມືຮອບດ້ານ ອີຢູ-ຫວຽດນາມ.
ກ່ອນໜ້ານັ້ນ, ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ມີການພົບປະສອງຝ່າຍກັບທ່ານນາງ Angela Merkel ນາຍົກລັດຖະມົນຕີ ເຢັຍລະມັນ, ທ່ານ David Cameron ນາຍົກລັດຖະມົນຕີ ອັງກິດ, ທ່ານBarack Obama ປະທານາທິບໍດີ ອາເມລິກາ, ທ່ານ Matteo Renxi ນາຍົກລັດຖະມົນຕີ ອີຕາລີ ແລະ ທ່ານ Jim YongKim ປະທານ WB.