ນາຍົກລັດຖະມົນຕີໄທຄົນໃໝ່:ເລືອກຕັ້ງແມ່ນວິທີໜຶ່ງດຽວເພື່ອຫລຸດພົ້ນອອກຈາກວິກິດການ

ນາຍົກລັດຖະມົນຕີໄທຄົນໃໝ່:ເລືອກຕັ້ງແມ່ນວິທີໜຶ່ງດຽວເພື່ອຫລຸດພົ້ນອອກຈາກວິກິດການ - ảnh 1
ຜູ້ແຫ່ຂະບວນປະທ້ວງຢູ່ນະຄອນຫຼວງ ບັງກອກ
(ພາບ:ສຳນັກຂ່າວສານ ຊິນຮວາ /TTXVN)

(vovworld) – ​ເມື່ອຕອບ​ສຳພາດຕໍ່​ບັນດາ​ນັກ​ຂ່າວ​ຕ່າງປະ​ເທດ, ທ່ານ​ນາຍົກລັດຖະມົນຕີ ​ໄທຄົນ​ໃໝ່ ນິວັດ​ທຳຣົງ ບຸນ​ຊົງ​ໄພສານ ຖະ​ແຫຼ​ງວ່າ: ລັດຖະບານ​ຊົ່ວຄາວ​ຈະ​ພະຍາຍາມ​ຈົດ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ເພື່ອ​ດຳ​ເນີນ​ການ​ເລືອກ​ຕັ້ງ​ໃນ​ທົ່ວ​ປະ​ເທດ​. ທ່ານ​ກໍ່​ໃຫ້​ຮູ້​ວ່າ: ລັດຖະບານ “​ສ້າງ​ເງື່ອນ​ໄຂ​​ໂອ້​ລົມ​ສົນທະນາ​ກັບ​ຜູ້​ແຫ່​ຂະ​ບວນປະ​ທ້ວງ”, ​ແຕ່​ຕ້ອງ “​ໂອ້​ລົມ​ສົນທະນາ​ຢ່າງ​ຈິ​ງ​​ໃຈ”. ທ່ານ​ນາຍົກລັດຖະມົນຕີ ນິວັດ​ທຳຣົງ ຍັງຖື​ວ່າ: ​ເສີກ​ກາງ​​ເມືອງ​ຈະ​ບໍ່​ເກີດ​ຂຶ້ນຢູ່​ “ປະ​ເທດ​ວັດ​ຄຳ” ​ຍ້ອນ​ວ່າ​ລັດຖະບານ​ພວມ​ບໍລິຫານ​ດີ​ພໍ​ສົມຄວນ​ໃນ​ສະພາບ​ທີ່​ບັນດາ​ການ​​ແຫ່​ຂະ​ບວນປະ​ທ້ວງ​ຂອງ​ກຳລັງ​ຝ່າຍ​ຄ້ານພວມ​ດຳ​ເນີນ​ຢ່າງ​ຕໍ່​ເນື່ອງ. ຕາມທ່ານ ນິວັດ​ທຳຣົງ ​​ແລ້ວ, ທຸກໆ​ຝ່າຍ​ກ່ຽວຂ້ອງ​, ​ເຊິ່ງລວມມີລັດຖະບານ, ບັນດາ​ພັກ​ຝ່າຍ​ການ​ເມືອງ, ບັນດາ​ຜູ້​ແຫ່​ຂະ​ບວນປະ​ທ້ວງ​ຕ້ານ​ລັດຖະບານ ກໍ່ຄື​ຝ່າຍ ​“​ເສື້ອ​ແດງ” ສະໜັບສະໜູນ ລັດຖະບານ​ຈະ​ຊອກ​ຫາ​ມາດ​ຕະການ​ແກ້​ໄຂ​ວິ​ກິດ​ການທີ່​ເໝາະ​ສົມ​ກັບ​ລັດຖະທຳ​ມະນູນ, ກົດໝາຍ​ກໍ່​ຄື​ວິວັດທະນາ​ການ​ປະຊາທິປະ​ໄຕ.


ຂ່າວ/ບົດ​ອື່ນ