ນາຍົກລັດຖະມົນຕີໄທ ຕ້ອນຮັບຄະນະຜູ້ແທນກອງທັບປະຊາຊົນຫວຽດນາມ
ນັກຂ່າວ VOV ປະຈຳໄທ -  
ທ່ານພົນໂທ ໂດບ໋າຕິ ຢ້ຽມຢາມ ໄທຢ່າງເປັນທາງການ
(ພາບ: dobaty.net)
(vovworld) - ໄທພ້ອມແລ້ວທີ່ຈະເຂົ້າຮ່ວມກອງປະຊຸມຄະນະລັດຖະບານຮ່ວມໄທ - ຫວຽດນາມ ຄັ້ງທີ 2 ໂດຍຫວຽດນາມ ຈັດຕັ້ງຂຶ້ນ. ນັ້ນແມ່ນການຢັ້ງຢືນຂອງທ່ານນາງນາຍົກລັດຖະມົນຕີໄທ ຍິງຣັກ ສິນນະວັດ ທີ່ການຕ້ອນຮັບຄະນະຜູ້ແທນຂັ້ນສູງກອງທັບປະຊາຊົນຫວຽດນາມ ໂດຍທ່ານ ພົນໂທ ໂດບ໋າຕິ, ຫົວໜ້າເສນາທິການໃຫຍ່, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມນຳໜ້າ ເນື່ອງໃນໂອກາດໄປຢ້ຽມຢາມ ແລະ ເຮັດວຽກຢູ່ໄທ. ກ່ອນໜ້ານັ້ນ, ຄະນະຜູ້ແທນຂັ້ນສູງກອງທັບປະຊາຊົນຫວຽດນາມໄດ້ມີການເຈລະຈາກັບຄະນະຜູ້ແທນກອງທັບລາຊະອານາຈັກໄທ ໂດຍທ່ານພົນເອກ ຕານາສັກ ປະຕິມາປຣະກອນ, ຜູ້ບັນຊາການທະຫານສູງສຸດນຳໜ້າ. ຄະນະຜູ້ແທນຂັ້ນສູງກອງທັບປະຊາຊົນຫວຽດນາມ ໂດຍທ່ານພົນໂທ ໂດບ໋າຕິ ນຳໜ້າໄດ້ດຳເນີນການຢ້ຽມຢາມລາຊະອານາຈັກໄທ ຢ່າງເປັນທາງການແຕ່ວັນທີ 23 – 26/2, ຕາມຄຳເຊື້ອເຊີນຂອງທ່ານພົນເອກ ຕານາສັກ ປະຕິມາປຣະກອນ, ຜູ້ບັນຊາການທະຫານສູງສຸດກອງທັບລາຊະອານາຈັກໄທ.
ນັກຂ່າວ VOV ປະຈຳໄທ