ນາຍົກລັດຖະມົນຕີ ພົບປະກັບຜູ້ມີສິດເລືອກຕັ້ງຢູ່ມະຫາວິທະຍາໄລແຫ່ງຊາດ ນະຄອນໂຮ່ຈິມິນ

ນາຍົກລັດຖະມົນຕີ ພົບປະກັບຜູ້ມີສິດເລືອກຕັ້ງຢູ່ມະຫາວິທະຍາໄລແຫ່ງຊາດ ນະຄອນໂຮ່ຈິມິນ - ảnh 1
ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung
(ພາບ: chinhphu.vn)

(vovworld) -     ຕອນ​ເຊົ້າ​ວັນ​ທີ 21/10, ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ​ໄດ້​ມີ​ການ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ຕາມ​ຫົວ​ເລື່ອງ​ສະ​ເພາະ​ຢູ່​ມະຫາວິທະຍາ​ໄລ​ແຫ່ງ​ຊາດ​ນະຄອນ​ໂຮ່ຈິ​ມິນ ​ເພື່ອ​ຮັບ​ເອົາ​ຄວາມ​ເຫັນ, ​ຄວາມ​ມຸງ​ມາດ​ປາດ​ຖະໜາ​ຂອງ​ຜູ້​ມີ​ສິດ​ເລ​ືອກຕັ້ງກ່ຽວ​ກັບ​ບັນຫາທີ່​ກ່ຽວ​ຂ້ອງ​ເຖິງ​ຂົງ​ເຂດ​ສຶກສາ​ບຳລຸງ​ສ້າງ ​ແລະ ພັດທະນາ​ເສດຖະກິດ​ສັງຄົມ. ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ​ໄດ້​ຕີ​ລາຄາ​ສູງ​ບັນດາ​ຂໍ້​ສະ​ເໜີ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ກ່ຽວ​ກັບ​ກາ​ນສ້າງ​ກົນ​ໄກ​ເພື່ອ​ໃຫ້​ໂຮງຮຽນ​ຜັນ​ຂະຫຍາຍ​ການ​ປະຕິບັດທົດ​ລ​ອງ​ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ​ທີ່​ມີ​ຄຸນ​ນະພາ​ບສູງ. ທ່ານ​ນາຍົກລັດຖະມົນຕີ ​ໄດ້​ເນັ້ນ​ໜັກ​ວ່າ ການ​ພັດທະນາ​ການບຳລຸງສ້າງແມ່ນໜຶ່ງໃນ 3 ຂອດບຸກທະລຸ ນຳປະເທດພັດທະນາຢ່າງວ່ອງໄວ ແລະ ໝັ້ນຄົງ, ມຸ່ງ​ໄປ​ສູ່​ຈຸດໝາຍ​ຫັນ​ປະ​ເທດ​ຊາດ​ເປັນ​ປະ​ເທດ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ. ທ່ານ​ນາຍົກລັດຖະມົນຕີ ​​ຖື​ວ່າ ​ເລື່ອງ​ສ້າງ​ກົນ​ໄກ​ສະ​ເພາະ​ຈະ​ສ້າງ​ເງື່ອນ​ໄຂ​ສະດວກ​ເພື່ອ​ໃຫ້​ມະຫາວິທະຍາ​ໄລ​ແຫ່ງ​ຊາດ​ນະຄອນ​ໂຮ່ຈິ​ມິນ ​ເສີມ​ຂະຫຍາຍ​ລັກສະນະ​ຂະຫຍັນ​ຂັນ​ເຂື່ອນ, ມີ​ຫົວຄິດ​ປະດິດ​ສ້າງ, ຍົກ​ສູງ​ບົດບາດ ທີ່​ຕັ້ງ​ຂອງ​ຮາກ​ຖານ​ບຳລຸງ​ສ້າງ​ມະຫາວິທະຍາ​ໄລ​ອັນ​ດັບ​ໜຶ່ງ​ຂອງ​ປະ​ເທດ​ຊາດ, ປັບປຸງ​ທີ່​ຕັ້ງ, ອິດ​ທິພົນ​ຊື່​ສຽງ​ໃນ​ພື້ນຖານ​ການ​ສຶກສາ​ຢູ່​ພາກ​ພື້ນ​ຢ່າງ​ບໍ່​ຢຸດ​ຢັ້ງ. ທ່ານ​ນາຍົກລັດຖະມົນຕີ ​ໄດ້​ສະ​ເໜີ​ໃຫ້​ທາງ​ໂຮງຮຽນ​ສ້າງ​ແຜນ​ຮ່າງ ​ເພື່ອ​ຍື່ນ​ສະ​ເໜີ​ຕໍ່​ສະພາ​ແຫ່ງ​ຊາດ​ພິຈາລະນາ, ຕົກລົງ​ໂດຍ​ໄວ. ປະກອບ​ຄຳ​ເຫັນ​ທີ່​ການ​ພົບ​ປະ, ຜູ້​ມີ​ສິດ​ເລືອກຕັ້ງຢູ່ມະຫາວິທະຍາ​ໄລ​ແຫ່ງ​ຊາດ​ນະຄອນ​ໂຮ່ຈິ​ມິນ ​ໄດ້​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​, ຄວາມພາກພູມ​ໃຈ​ຕໍ່​ຄວາມ​ຕັດສິນ​ໃຈ​ສູງຂອງ​ພັກ, ລັດ, ສະພາ​ແຫ່ງ​ຊາດ ​ແລະ ລັດຖະບານ​ ​ໃນ​ຈຸດໝາຍ​ຄວບ​ຄຸມ​ໄພ​ເງິນ​ເຟີ້, ​ເພື່ອ​ຮັກສາ​ ​ແລະ ​ພັດທະນາ​ເສດຖະກິດ, ຮັບປະກັນ​ຊີວິດ​ສັງຄົມ, ກນ​ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ.

ຂ່າວ/ບົດ​ອື່ນ